ທລຍ ເມືອງໜອງແຮດ ສຳເລັດຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ທລຍ ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022 [1]
ທລຍເມືອງໜອງແຮດ ສຳເລັດຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ທລຍ
ປະຈຳປີ 2021 ແລະ ວາງທິດທາງແຜນການ ປີ 2022
ໂດຍ: ເກົາວື່ ໝອກພູຂຽວ, ຫົວໜ້າທີມງານ ທລຍ ເມືອງໜອງແຮດ
ໃນວັນທີ 28 ມັງກອນ 2022 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ເມືອງໜອງແຮດ ໄດ້ຈັດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດວຽກງານ ທລຍ ປະຈຳປີ 2021 ແລະ ວາງທິດທາງແຜນການປີ 2022 ຂຶ້ນທີ່ສະໂມສອນໃຫ່ຍຂອງເມືອງໜອງແຮດ, ແຂວງຊຽງຂວາງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຕູ້ຢ່າ ຢົງວ່າ, ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງໜອງແຮດ ແລະ ການເຂົ້າຮ່ວມຂອງບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ ອ້ອມຂ້າງເມືອງ, ພ້ອມທັງ ທີມງານ ທລຍ ເມືອງ, ທລຍ ຂັ້ນບ້ານ ແລະ ອົງການປົກຄອງບ້ານເປົ້າໝາຍ ທລຍ ຈຳນວນ 36 ບ້ານ ເຂົ້າຮ່ວມທັງໝົດ 73 ຄົນ (ຍິງ 18 ຄົນ).
ໃນກອງປະຊຸມດັ່ງກ່າວ ທ່ານ ເກົາວື່ ໝອກພູຂຽວ, ຫົວຫນ້າທີມງານ ທລຍ ເມືອງໜອງແຮດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານ ທລຍ ໃນໄລະໜຶ່ງປີຜ່ານ ແລະ ວາງທິດທາງແຜນການໃນປີ 2022. ສໍາລັບປີ 2021 ທລຍ ເມືອງໜອງແຮດ ໄດ້ຈັດຕັ້ງປະຕິບັດວຽກງານຢູ່ບ້ານເປົ້າໝາຍ 36 ບ້ານ, ມີຄອບຄົວທັງໝົດ 2,442 ຄອບຄົວ, ພົນລະເມືອງທັງໝົດ 15,185 ຄົນ (ຍິງ 7,384 ຄົນ), ຄອບຄົວທີ່ເປັນສະມະຊິກ ກຸ່ມໂພຊະນາການ 1,033 ຄອບຄົວ ແລະ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) 1,521 ຄອບຄົວ; ມາຮອດປະຈຸບັນນີ້ ກຸ່ມ ກຊກ ໃນແຕ່ລະບ້ານ ໄດ້ມີເງີນທ້ອນທັງໝົດ 203,046,000 ກີບ, ໄດ້ຮັບເງິນຕົ້ນທຶນໝູນວຽນຈາກ ທລຍ ທັງໝົດ 1,679,184,000 ກີບ ແລະ ໄດ້ປ່ອຍກູ້ເງີນຕົ້ນທຶນ ມູນຄ່າທັງໝົດ 929,000,000 ກີບ ໃຫ້ສະມາຊິກ ກຊກ 397 ຄົນ (ຍິງ 393 ຄົນ) ໄປເຮັດກິດຈະກຳສ້າງລາຍຮັບໃຫ້ແກ່ຄອບຄົວ ເຊັ່ນ: ລ້ຽງໝູ, ລ້ຽງແບ້, ປູກສາລີ. ນອກນັ້ນ ກໍຍັງໄດ້ມີການຮັບຮອງເອົາແຜນການລົງທຶນໃສ່ໂຄງລ່າງພຶ້ນຖານ ໃນ 27 ບ້ານ ຫຼື 75% ຂອງຈຳນວນບ້ານເປົ້າໝາຍ.
ສໍາລັບທິດທາງແຜນການໃນປີ 2022 ກອງປະຊຸມໄດ້ຕົກລົງເປັນເອກະພາບຮັບຮອງເອົາບ້ານເປົ້າໝາຍຊຸດທີ່ 2 ຈໍານວນ 36 ບ້ານ ເຊິ່ງມີ 2,293 ຄອບຄົວ, ພົນລະເມືອງ 13,879 ຄົນ (ຍິງ 6,676 ຄົນ) ແລະ ຈະໄດ້ປ່ອຍເງິນຕົ້ນທຶນໝູນວຽນໃຫ້ແກ່ສະມາຊິກ ກຊກ ເພື່ອໄປເຮັດກິດຈະກຳສ້າງລາຍຮັບ ໃຫ້ໄດ້ຕື່ມອີກ 600 ກ່ວາລ້ານກີບ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ຕູ້ຢ່າ ຢົງວ່າ, ກຳມະກຳພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ-ເມືອງໜອງແຮດ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນຈົ່ງເອົາໃຈໃສ່ຮ່ວມມືກັນ ເພື່ອຍາດແຍ່ງເອົາທຶນຊ່ວຍເຫຼືອຈາກອົງການພັດນາທະ ນາຕ່າງໆ ມາພັດທະນາບ້ານເມືອງຂອງພວກເຮົາ ໂດຍສະເພາະແມ່ນການປັບປຸງຊີວິດການເປັນຢູ່ ແລະ ເຊື່ອມສານ ໂພຊະນາການ ເພື່ອເຮັດແນວໃຫ້ປະຊາຊົນ ມີຊິວິດການເປັນຢູ່ທີ່ດີຂື້ນ ແລະ ມີສຸຂະພາບແຂງແຮງ.