ຊຸມຊົນເຂັ້ມແຂງບ້ານຈຶ່ງພັດທະນາ
ໂດຍ: ຄໍາໃບ ນະລິສັກ ພັດທະນາຊຸມຊົນ ເມືອງຕະໂອ້ຍ
ບ້ານພໍ່ຕັງ ບ້ານຊົນເຜົ່າຕະໂອ້ຍ ເປັນບ້ານໜຶ່ງໃນ 10 ບ້ານ, ກຸ່ມດູບ, ເມືອງຕະໂອ້ຍ,ແຂວງສາລະວັນ, ຕັ້ງຫ່າງຈາກກຸ່ມບ້ານ 1,5 ກິໂລແມັດ, ຫາເມືອງ 16 ກິໂລແມັດ, ຫາແຂວງ 90 ກິໂລແມັດ, ທິດເໜືອຕິດກັບບ້ານພໍ່ເຊັນ, ທິດໃຕ້ຕິດກັບບ້ານດູບ, ທິດຕາເວັນ ອອກຕິດກັບພູຫຼວງ, ທິດຕາເວັນຕົກຕິດກັບ ພູລະໂປນ. ພົນລະເມືອງທັງໝົດ 331 ຄົນ, ຍິງ 176 ຄົນ, ຄົວເຮືອນທຸກທີ່ສຸດມີ 3 ຄົວເຮືອນ, ທຸກ 16, ປານກາງ 16, ບໍ່ທຸກມີ 4 ຄົວເຮືອນ ອາຊີບຕົ້ນຕໍຂອງພໍ່ແມ່ປະຊາຊົນພາຍໃນບ້ານແມ່ນເຮັດໄຮ່ເຮັດ ນາ ແລະ ອາຊີບສຳຮອງແມ່ນຄ້າຂາຍຍ່ອຍ.
ຜ່ານມາບ້ານດັ່ງກ່າວ ໄດ້ຮັບການຊ່ວຍເຫລືອຈາກ ທລຍ ປະກອບມີ 3 ໂຄງການຍ່ອຍຄື: ກໍ່ສ້າງສຸກສາລາ ໃນ ປີ 2006 , ສອ້ມແປງລະບົບນໍ້າລິນໃນປີ 2017, ສະໜອງເຟີນີເຈີເຂົ້າໂຮງຮຽນປະຖົມໃນປີ 2018.
ທ່ານ ອຳສັງ ນາຍບ້ານບ້ານພໍ່ຕັງ ໄດ້ເລົ່າສູ່ພວກເຮົາຟັງວ່າ: “ໃນການຈັດຕັ້ງປະຕິບັດໂຄງການຍ່ອຍຜ່ານມາ ປະຊາຊົນໝົດບ້ານມີ ສວ່ນຮ່ວມຫຼາຍອີ່ຫຼີ່ ທັງຈັດຕັ້ງປະຕິບັດເອງ, ນາຍຊ່າງກໍ່ຈ້າງຄົນບ້ານອາດອນພາຍໃນເມືອງຕະໂອ້ຍເຮົາເອງ, ປະສົມປູນເອງ, ມັດເຫຼັກເອງ, ເທປູນເອງ ບໍລີສັດພຽງແຕ່ສົ່ງເຄື່ອງມາໃຫ້, ທີມງານຈັດຊື້-ຈັດຈ້າງ ຕິດຕາມກວດກາຄວາມຖືກຕ້ອງນໍາ ບໍລິສັດ ຈັດສົ່ງວັດສະດຸກໍ່ສ້າງຄົບ ແລະ ຖືກຕອ້ງຕາມລາຍການທີ່ຕ້ອງການ.
ນອກຈາກນັ້ນ ທີມງານຈັດຕັ້ງປະຕິບັດຂອງບ້ານ ລົງຕິດຕາມການກໍ່ສ້າງນໍານາຍຊ່າງເມື່ອມີການເປ້ເພຈິ່ງສາມາດສອ້ມແປງເອງໄດ້ ການມັດເຫຼັກການຝັງທໍ່ ການສົມປູນ ການເທຫົວງານແມ່ນປະສົມຈາງບໍ່ໄດ້ຕອ້ງປະສົມເຄັມ ເພື່ອເຮັດໃຫ້ການກໍ່ສ້າງໄດ້ມາດ ຕະຖານ ແລະ ທົນທານ.
ນອກນັ້ນຍັງມີ ທິມງານການເງິນ ໄດ້ເຮັດໜ້າທີ່ສະຫຼຸບເງິນງວດ ມີໜ້າທີ່ຖອນເງິນເບີກຈ່າຍເງິນກອ່ນຈະໂອນເງິນໃຫ້ບໍ ລິສັດທຸກເທື່ອ, ຕ້ອງໄດ້ກວດກາຕົວຈິງວ່າໄດ້ຈັກເປີເຊັນຈິ່ງໃຫ້ຖອນ ຕອ້ງໄດ້ເຫັນດີເປັນເອກະພາບກັນໝົດບ້ານແລ້ວ ຈິ່ງໃຫ້ຖອນ, ແຕ່ງຕັ້ງຄະນະຄຸ້ມຄອງ ແລະ ນໍາໃຊ້ນໍ້າມີຊື່ຫົວໜ້າຈຸຄຸ້ມຄອງການນໍາໃຊ້ນໍ້າມີຊື່ຕິດໄວ້ແຕ່ລະກ໊ອກ ໄດ້ສ້າງຕັ້ງກອງທຶນບູລະນະ ສ້ອມແປງ ພ້ອມທັງຕົກລົງເຫັນດີເປັນເອກະພາບເກັບເງິນຄອບຄົວລະ 1000 ກີບ/ ເດືອນໄວ້ເພື່ອສອ້ມແປງໃນເມື່ອນໍ້າ ລີນຂອງບ້ານມີການເປ່ເພ. ປະຈຸບັນ ບ້ານພໍ່ຕັ້ງໄດ້ເກັບເງິນເຂົ້າກອງທຶນເຖິງ 624,000ກີບ’’.
ສໍາລັບການກໍ່ສ້າງລະບົບນໍ້າລິນໄດ້ເລີ່ມກໍ່ສ້າງໃນທ້າຍເດືອນທັນວາ 2017 ແລະ ສໍາເລັດໃນທ້າຍເດືອນມີນາ 2018 ປະກອບມີ 4 ກ໊ອກ ເຊິ່ງມີມູນຄ່າທັງໜົດ 115,420,395 ກີບ,ທຶນຂອງ ທລຍ 95,350,395 ກີບ,ໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທີ່ຫາໄດ້ໃນທ້ອງຖິ່ນຄິດເປັນເງິນ 20,070,000 ກີບ, ຖ້າຫາກໃຫ້ຜູ້ຮັບເໝົາເຮັດອາດລົງທຶນເຖິງ 140 ກວ່າລ້ານກີບ ສະນັ້ນ ຈຶ່ງເວົ້າໄດ້ວ່າ ຊຸມຊົນເຮັດເອງປະຢັດທຶນ ແລະ ທັງມີຄວາມຍືນຍົງ, ເປັນຕົ້ນການ ຈັດຕັ້ງປະຕິບັດໂຄງການຍອ່ຍມີການແບ່ງຈຸແບ່ງຄວາມຮັບຜິດຊອບແຕ່ລະໜ້າວຽກທີມງານຂອງໃຜລາວ ,ປະຊາຊົນມີຄວາມບຸກບືນ ບາກບັ່ນດຸໜັ່ນຂະຫຍັນໜັ່ນພຽນ ເຊື່ອໜັ້ນຕໍ່ການນຳພາຂອງນາຍບ້ານ ນອກນັ້ນ ຍັງໄດ້ມີການແຕ່ງຕັ້ງທີມງານຄະນະຄຸ້ມຄອງໂຄງ ການນໍາໃຊ້ນໍ້າ, ມີການສ້າງລະບຽບ, ມີປ້າຍຊື່ຈຸຄຸ້ມຄອງນໍາໃຊ້ນໍ້າຕິດໄວ້ຢູ່ແຕ່ລະກອ໋ກ, ນຳໃຊ້ນໍ້າປູກພຶດຜັກສ່ວນຄົວ ແລະ ອື່ນໆ.
ບ້ານພໍ່ຕັງເປັນບ້ານທີ່ເຂົ້າເຖິງໄດ້ງ່າຍໄດ້ຮັບການພັດທະນາຈາກຫລາຍພາກສ່ວນເຊັ່ນ: ໂຄງການຂອງ ທລຍ ແມ່ນຊວ່ຍເຫຼືອ ສຸກສາລາ, ໂຕະຕັ່ງ ແລະ ນໍ້າລີນ, ສາທາລະນະສຸກເມືອງຊວ່ຍເຫຼືອ ວິດຖ່າຍ, ສາມສະອາດ ບໍ່ໄດ້ຖ່າຍ ຊະຊາຍ, ພາກສວ່ນຫອ້ງການກະສິກຳ ແລະ ປ່າໄມ້ເມືອງ ຄື ໂຄງການອີຟາດສ ຊວ່ຍເຫຼືອແນວພັນພືດຜັກ ແລະ ສົ່ງເສີມການປູກການລຽ້ງ, ອົງການປົກຄອງແຂວງ ຊ່ວຍ ໄຟຟ້າ, ທາງປູຢາງ ແລະ ອໍານາດການປົກຄອງບ້ານມີຄວາມເຂັ້ມແຂງ ແລະ ປະຊາຊົນມີຄວາມສາມັກຄີ, ທີມງານບ້ານສາມາດອະທິບາຍໄດ້ກ່ຽວກັບໂຄງການຍ່ອຍຂອງເຂົາເຈົ້າ, ກິດຈະກໍາຕ່າງໆ ໃນຮອບວຽນຂອງໂຄງການຍ່ອຍໄດ້ຖືກຈັດຕັ້ງປະຕິບັດຕາມຂັ້ນຕອນ, ປະຊາຊົນປູກຜັກ, ລ້ຽງປາ ແລະ ໄດ້ສ້າງວິດຖ່າຍ ເອງທຸກຄອບຄົວ, ຈົນໄດ້ປະກາດເປັນບ້ານສາທາລະນະສຸກແບບຢ່າງໃນປີ 2017.