ກອງປະຊຸມເຜີຍແຜ່ບັນດານິຕິກໍາກ່ຽວກັບສະຫະກອນຢູ່ ສປປ ລາວ ໃຫ້ບັນດານັກຄົ້ນຄວ້າຂອງໂຄງການຄົ້ນຄວ້າ ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ
ໃນວັນທີ 16 ພຶດສະພາ 2020, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ນບັນດານິຕິກໍາກ່ຽວກັບສະຫະກອນຢູ່ ສປປ ລາວ ໃຫ້ບັນດານັກຄົ້ນຄວ້າຂອງໂຄງການຄົ້ນຄວ້າ ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງໂດຍການເປັນປະທານຮ່ວມຂອງທ່ານ ຄໍາອ້ວນ ຄໍາພູແກ້ວ, ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງພະນັກງານຫຼັກແຫຼ່ງຈາກພະແນກສົ່ງເສີມສະຫະກອນ, ພະແນກພັດທະນາຊົນນະບົດ, ພະແນກແຜນການ ແລະ ການຮ່ວມມື, ພະແນກປະເມີນຜົນ, ພະແນກຈັດຕັ້ງ-ບໍລິຫານ, ພະແນກຈັດສັນພູມລໍາເນົາ ແລະ ອາຊີບ, ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ 5 ທີມງານນັກຄົ້ນຄວ້າຈາກ: ສະຖາບັນຄົ້ນຄວ້າກະສິກໍາ ແລະ ປ່າໄມ້ແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ, ກົມພັດທະນາຊົນນະບົດ ແລະ ສະຫະກອນ ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 8 ທ່ານ.
ຈຸດປະສົງຂອງກອງປະຊຸມແມ່ນເພື່ອເປັນການເຜີຍແຜ່ບັນດານິຕິກໍາ, ເອກະສານ ແລະ ຂໍ້ມູນຕ່າງໆ ກ່ຽວກັບສະຫະກອນຢູ່ ສປປ ລາວ ໃຫ້ບັນດານັກຄົ້ນຄວ້າ, ເພື່ອປະກອບສ່ວນເຜີຍແຜ່ຄວາມຮູ້ພື້ນຖານກ່ຽວກັບການພັດທະນາສະຫະກອນຢູ່ຊົນນະບົດຂອງປະເທດເຮົາ ໃຫ້ແກ່ພະນັກງານ, ນັກຮຽນ, ນັກສຶກສາ, ຄູ-ອາຈານ ແລະ ສັງຄົມ ໄດ້ມີຄວາມສົນໃຈດີຂຶ້ນ.
ຄະນະປະທານໄດ້ກ່າວວ່າ: “ຄໍາວ່າສະຫະກອນແມ່ນເປັນຕົວແທນໃຫ້ເສດຖະກິດຮ່ວມມືປະຊາຊົນ ຄໍາວ່າຊົນນະບົດແມ່ນພື້ນທີ່ຢູ່ນອກນະຄອນ, ເທດສະບານ, ເມືອງ, ແຂວງ ແມ່ນບ່ອນດໍາລົງຊີວິດຂອງພົນລະເມືອງທີ່ມີອາຊີບກະສິກໍາເປັນຕົ້ນຕໍ ພາຍໃຕ້ການປົກຄອງຂອງບ້ານ ເວົ້າລວມແມ່ນຢາກສົ່ງເສີມຊົນນະບົດ ຍິ່ງເປັນຊົນນະບົດຫ່າງໄກສອກຫຼີກເທົ່າໃດ ຖ້າບັນດານັກຄົ້ນຄວ້າສາມາດສຶກສາ ສະໜອງຂໍ້ມູນໄດ້ ຍິ່ງມີຄູນຄ່າທີ່ສຸດ ເພາະວ່າມັນຕິດພັນກັບການສົ່ງເສີມການຜະລິດສ່ວນໃຫຍ່ຂອງປະຊາຊົນເຮົາ ຕິດພັນກັບການແກ້ໄຂຄວາມທຸກຍາກ ກໍຄືການພັດທະນາຊົນນະບົດ ເມື່ອເວົ້າເຖິງນະໂຍບາຍແມ່ນຫຼັກການຂອງການເຄື່ອນໄຫວ, ແມ່ນການກໍານົດທິດທາງ, ຂອບຂອງມາດຕະການ”.
“ຄວາມເປັນຈິງຂອງສະຫະກອນການກະເສດຢູ່ຊົນນະບົດ ສປປ ລາວ ແນ່ນອນໃນຄວາມເປັນຈິງກໍຈະໄດ້ເວົ້າເຖິງນະໂຍບາຍ ໃຫ້ເບີ່ງບົດຮຽນຈາກປະເທດອ້ອມຂ້າງ ເນື່ອງຈາກບົດຄົ້ນຄວ້ານີ້ເປັນບົດຄົ້ນຄວ້າຮ່ວມກັນ ບົດຮຽນດັ່ງກ່າວນັ້ນ ແມ່ນບົດຮຽນທີ່ອາດຈະນໍາໃຊ້ໄດ້ ໝູນໃຊ້ໄດ້ໃນ ສປປ ລາວ, ຢາກໃຫ້ສຶກສາ ແລະ ວິໃຈ ຄົ້ນຄວ້າສະພາບປະຈຸບັນ ໂດຍຜ່ານເຄື່ອງມື ແລະ ວິທີການທາງດ້ານວິທະຍາສາດ ສໍາຄັນທີ່ສຸດບັນດາບົດສະເໜີໂຄງການຄືຕ້ອງມີຂໍ້ສະເໜີແນະນໍາ ເພື່ອພັດທະນາສະຫະກອນການກະເສດຢູ່ຊົນນະບົດ ສປປ ລາວ ໃນຕໍ່ໜ້າ ໂດຍສະເພາະແມ່ນນະໂຍບາຍຈະເຮັດແນວໃດ? ວາງອອກມາຄືແນວໃດ?”
“ສິ່ງໂດຍກົງ ຢາກໄດ້ຈາກຜົນການຄົ້ນຄວ້າ:
1. ພາບລວມຂອງການພັດທະນາສະຫະກອນຂອງປະເທດລາວເຮົາມືຄືແນວໃດ?
2. ສິ່ງຄົ້ນພົບຈາກການຄົ້ນຄວ້າມີຈັກຂອບ?
3. ໄດ້ສິ່ງທີ່ຄົ້ນພົບແລ້ວມາວິໃຈ
4. ນະໂຍບາຍມີຄືແນວໃດ
ທາງອ້ອມຢາກໄດ້ຈາກຜົນການຄົ້ນຄວ້າ
1. ນັກຄົ້ນຄວ້າລາວເຂັ້ມແຂງ
2. ໃຫ້ເປັນການປຸກລະດົມເຜີຍແຜ່ຄວາມຮັບຮູ້ໃຫ້ເລີກເຊິ່ງກວ່າເກົ່າ ໃຫ້ພາກລັດ ກໍຄືທົ່ວສັງຄົມຮັບຮູ້ກ່ຽວກັບວຽກສະຫະກອນຫຼາຍຂຶ້ນກວ່າເກົ່າ
3. ສົ່ງເສີມການເຮັດຕົວແບບສະຫະກອນ”.