ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ 2020 ຂອງການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າພາກພື້ນກ່ຽວກັບການພັດທະນາ ແບບຊຸມຊົນເປັນເຈົ້າ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

Posting Date: 
16 Aug 2020

 

ກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ 2020 ຂອງການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າພາກພື້ນກ່ຽວກັບການພັດທະນາ ແບບຊຸມຊົນເປັນເຈົ້າ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

 

ໃນວັນທີ 14 ສິງຫາ 2020, ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກອງປະຊຸມສະຫຼຸບ 6 ເດືອນ ປີ 2020 ຂອງການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າພາກພື້ນກ່ຽວກັບການພັດທະນາ ແບບຊຸມຊົນເປັນເຈົ້າ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (ກໍາປູເຈ່ຍ, ລາວ, ຫວຽດນາມ, ໄທ ແລະ ສປ ຈີນ) ຢູ່ທີ່ສູນກາງສະຫະພັນແມ່ຍິງລາວ (ໂພນທັນ) ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງບັນດາກົມຂອງກະຊວງກະສິກໍາ ແລະ ປ່າໄມ້, ກົມເສດຖະກິດ, ກະຊວງການຕ່າງປະເທດ, ສະຖາບັນການສຶກສາຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຕະຫຼອດຮອດພະນັກງານຫຼັກແຫຼ່ງຂອງ ທລຍ ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 9 ທ່ານ.

 

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໄດ້ກ່າວ່າ: ກອງປະຊຸມນີ້ແມ່ນເພື່ອສະຫຼຸບ 6 ເດືອນຕົ້ນປີ 2020 ຂອງການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າພາກພື້ນກ່ຽວກັນການພັດທະນາ ແບບຊຸມຊົນເປັນເຈົ້າ ໂດຍຫຍໍ້ ແລະ ທັງເປັນການແລກປ່ຽນບົດຮຽນນໍາກັນ ເພື່ອເຮັດໃຫ້ການຄົ້ນຄວ້າດັ່ງກ່າວເປັນເອກະພາບກັນ ແລະ ຂໍທິດທາງນໍາຄະນະນໍາ, ນັກປາດອາຈານ ເພື່ອເຮັດໃຫ້ຮັບໃຊ້ນະໂຍບາຍຂອງພັກ-ລັດຖະບານລາວເຮົາ ໂດຍສະເພາະຊ່ວງນີ້ກະເພື່ອກະກຽມສ້າງຜົນງານ ເພື່ອຂໍານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ 11 ຂອງພັກປະຊາຊົນປະຕິວັດລາວ ຫຼາຍບ່ອນໄດ້ຈັດການສໍາມະນາ ເພື່ອກັ່ນກອງເອົາເນື້ອໃນ ເຂົ້າໃສ່ຮ່າງມະຕິ ບົດລາຍງານການເມືອງຂອງກອງປະຊຸມໃຫຍ່ຄັ້ງທີ 11 ໃນນັ້ນ ທິດທາງໃນການຂຽນມະຕິໃນເທື່ອນີ້ ບໍ່ໃຫ້ຂຽນຕາມຄວາມຕ້ອງການຂອງກົມການເມືອງສູນກາງພັກ ໃຫ້ຂຽນຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ແລະ ໃຫ້ຟັງນັກວິທະຍາສາດ ໃຫ້ຟັງຜູ້ປະກອບການ ໃຫ້ຟັງຄອບຄົວຕົວແບບ ແລະ ອື່ນໆ. ກອງປະຊຸມມື້ນີ້ກໍແມ່ນສ່ວນໜຶ່ງຂອງຂະບວນການແຂ່ງຂັນສ້າງຜົນງານ ເພື່ອຂໍານັບຮັບຕ້ອນກອງປະຊຸມໃຫຍ່ຂອງອົງຄະນະພັກກະຊວງກະສິກໍາ ແລະ ປ່າໄມ້.

 

ກອງທຶນຫຼຸດຜ່ອນຄວາມທຸກຍາກ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮັບທຶນຊ່ວຍເຫຼືອລ້າຈາກກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ 2 ໂຄງການຄື: ໂຄງການຈັດສໍາມະນາພາກພື້ນກ່ຽວກັບການພັດທະນາ ແບບຊຸມຊົນເປັນເຈົ້າ ແລະ ໂຄງການຄົ້ນຄວ້າຮ່ວມສໍາມະນາພາກພື້ນກ່ຽວກັບການພັດທະນາ ແບບຊຸມຊົນເປັນເຈົ້າ ຄາດກະວ່າໂຄງການທັງສອງນີ້ສາມາດຈັດຕັ້ງປະຕິບັດສໍາເລັດຕາມແຜນການທີ່ວາງໄວ້ ກໍຄືທ້າຍປີ 2020 ໃນສອງກໍລະນີຄື:

 

ກໍລະນີທີ 1 ຖ້າຫາກວ່າບັນຫາພະຍາດໂຄວິດ-19 ຖືກແກ້ໄຂຕົກ ທຸກປະເທດເປີດ ຢຸດຕິການກັກກັນນີ້ ໂຄງການດັ່ງກ່າວຈະສາມາດສະຫຼຸບປິດໃນທ້າຍເດືອນພະຈິກ 2020 ໃນນັ້ນ ຈະມີການຈັດສໍາມະນາພາກພື້ນຢູ່ນະຄອນຫຼວງວຽງຈັນ, ມີການແຈກຢາຍປື້ມ ແລະ ມີການຈັດສໍາມະນາພາຍໃນສະເພາະ ເພື່ອເຜີຍແຜ່ຜົນສໍາເລັດດັ່ງກ່າວ;

 

ກໍລະນີທີ 2 ຖ້າຫາກສະພາບການລະບາດຂອງພະຍາດໂຄວິດ-19 ຍັງແກ່ຍາວບໍ່ເອື້ອອໍານວຍໃຫ້ການໄປມາຫາສູ່ກັນແມ່ນພວກເຮົາຈະໄດ້ປິດໂຄງການ ເນື່ອງໃນວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລືບລ້າງຄວາມທຸກຍາກ ເວົ້າລວມແມ່ນ ຈະໄດ້ຈັດຢູ່ທ້າຍເດືອນຕຸລາ 2020.

 

ທ່ານ ຈິດ ທະວີໃສ, ກ່າວຕື່ມວ່າ ສະຫຼຸບແລ້ວເຫັນວ່າການພັດທະນາ ແບບຊຸມຊົນເປັນເຈົ້າ ແມ່ນມີຜົນປະໂຫຍດສູງທີ່ສຸດ ແລະ ເປັນເຄື່ອງມືທີ່ດີ ໃນການຊ່ວຍເຫຼືອການພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ຢູ່ ສປປ ລາວ ເພື່ອໃຫ້ບັນລຸເປົ້າໝາຍສູ້ຊົນຂອງລັດຖະບານລາວເຮົາ ກໍຄືເຮັດໃຫ້ປະເທດລາວເຮົາຫຼຸດພົ້ນອອກຈາກຄວາມທຸກຍາກໂດຍພື້ນຖານໃນປີ 2024 ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກໂດຍສິ້ນເຊິງໃນປີ 2030.