ການຝຶກອົບຮົມ ນາຍຊ່າງຊຸມຊົນ ຢູ່ບັນດາບ້ານທີ່ໄດ້ຮັບໂຄງການຊຸມຊົນຈັດຕັ້ງປະຕິບັດເອງ (CFA) ຮອບວຽນທີ 17 (ປີ 2020)

Posting Date: 
05 Oct 2020

 

ການຝຶກອົບຮົມ ນາຍຊ່າງຊຸມຊົນ ຢູ່ບັນດາບ້ານທີ່ໄດ້ຮັບໂຄງການຊຸມຊົນຈັດຕັ້ງປະຕິບັດເອງ (CFA)

 

ຮອບວຽນທີ 17 (ປີ 2020)

 

                                                                                                                                     ໂດຍ: ພັດທະນາຊຸມຊົນແຂວງຫຼວງນໍ້າທາ

 

      ໃນວັນທີ 21 ເດືອນກັນຍາ 2020 ຜ່ານມາ ກອງທຶນຫລຸດຜ່ອນຄວາມທຸກຍາກ(ທລຍ) ແຂວງຫຼວງນໍ້າທາ ໄດ້ເປິດຊຸດຝຶກອົບຮົມ ຊ່າງປູນ ແລະ ຊ່າງໄມ້ ໃຫ້ແກ່ບ້ານທີ່ໄດ້ຮັບໂຄງການຍ່ອຍ ຊຸມຊົນຈັດຕັ້ງປະຕິບັດເອງ (CFA) ຂຶ້ນທີ່ໂຮງຮຽນເຕັກນິກວິຊາຊິບແບບປະສົມແຂວງຫຼວງນໍ້າທາ, ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ຄໍາເປິງ ນໍລອງກຼໍ, ຮອງອໍານວຍການໂຮງຮຽນເຕັກນິກວິຊາຊິບແບບປະສົມແຂວງຫຼວງນໍ້າທາ, ມີຄູອາຈານ, ທີມງານ ທລຍ ແລະ ນັກສໍາມະນາກອນມາຈາກ: ບ້ານ, ປຼາງ, ຕະເຄິງ, ຕະຫລຸຍໃຫ່ຍ, ປ່າໝາກກ້ອຍ, ສົມປານໃຫ່ມ, ຜາງົວ ແລະ ຈ່າປີ ທີ່ມາຈາກເມືອງວຽງພູຄາ, ເມືອງລອງ, ເມືອງນາແລ ຊຶ່ງລວມມີຜູ້ເຂົ້າຮ່ວມທັງໝົດ 18 ທ່ານ, ຍິງ 2 ທ່ານ.

 

        ຊຸດຝຶກອົບຮົມຄັ້ງນີ້ໄດ້ດໍາເນີນ ແຕ່ ວັນທີ  21  ກັນຍາ  2020 ຫາ ວັນທີ 30 ກັນຍາ 2020 ເປັນເວລາ 10 ວັນເຕັມ. ສ່ວນການຮູບແບບວິທີການຝຶກອົບຮົມ ແມ່ນ ມີທັງພາກທິດສະດິ ແລະ ພາກປະຕິບັດຕົວຈີງ. ໃນນັ້ນ, ພາກທິດສະດີຈະກວມເອົາ 40 ຊົ່ວໂມງ ແລະ ພາກປະຕິບັດຕົວຈິງ 40 ຊົ່ວໂມງ.

 

        ພາຍຫຼັງ ສໍາເລັດການຝຶກອົບຮົມ ແລ້ວບັນດານາຍຊ່າງ ທີ່ມາຈາກແຕ່ລະບ້ານ ໄດ້ກັບຄືນບ້ານ ແລະ ກາຍ ເປັນນາຍຊ່າງກໍ່ສ້າງຂອງບ້ານ ແລະ ໄດ້ເປັນນາຍຊ່າງ ກໍ່ສ້າງໂຄງການຍ່ອຍທີ່ ທລຍ ໃຫ້ການສະໜັບສະໜູນ ຢູ່ພາຍໃນບ້ານຂອງຕົນເອງ. ນອກຈາກນັ້ນ ຖ້າໂຄງການຍ່ອຍທີ່ ທລຍ ໃຫ້ການຊ່ວຍເຫຼືອສໍາເລັດ ມອບໃຫ້ຊຸມຊົນນໍາໃຊ້ ປົກປັກຮັກສາແລ້ວ ບັນດານາຍຊ່າງດັ່ງກ່າວ ກໍ່ສາມາດຊອກເຮັດວຽກກໍ່ສ້າງດ້ານອຶ່ນໆ ພາຍໃນຊຸມຊົນຂອງເຂົາເຈົ້າຕໍ່ໄປ ເພື່ອເປັນການສ້າງອາຊີບຄົງທີ່ໃຫ້ແກ່ເຂົາເຈົ້າເອງ ກໍຄືຊຸມຊົນໃນເຂດພື້ນທີ່ເປົ້າໝາຍຂອງ ທລຍ.