ຊຸດຝຶກອົບຮົມ ການເປັນຄູຝຶກ ໃຫ້ພະນັກງານ ທລຍ ແລະ ພະນັກງານ ຈາກຂະແໜງການທີ່ກຽວຂ້ອງ ຈາກຝ່າຍລັດ ຂັ້ນແຂວງ ແລະ ເມືອງ ໃນວຽກງານປ້ອງກັນການແຜ່ລະບາດພະຍາດ ໂຄວິດ-19 ຢູ່ຮາກຖານຊຸມຊົນ ຊົນນະບົດໃນ ສປປ ລາວ

Posting Date: 
23 Oct 2020

 

ຊຸດຝຶກອົບຮົມ ການເປັນຄູຝຶກ ໃຫ້ພະນັກງານ ທລຍ ແລະ ພະນັກງານ

 

ຈາກຂະແໜງການທີ່ກຽວຂ້ອງ ຈາກຝ່າຍລັດ ຂັ້ນແຂວງ ແລະ ເມືອງ

 

ໃນວຽກງານປ້ອງກັນການແຜ່ລະບາດພະຍາດ ໂຄວິດ-19 ຢູ່ຮາກຖານຊຸມຊົນ ຊົນນະບົດໃນ ສປປ ລາວ

 

 

 

ການແຜ່ລະບາດຂອງພະຍາດໂຄວິດ-19ມີຜົນກະທົບທີ່ຮ້າຍແຮງຕໍ່ຊີວິດ ແລະ ເສດຖະກິດ-ສັງຄົມຂອງບັນ ດາປະເທດທີ່ພວມພັດທະນາ ຊຶ່ງມີຄວາມສາມາດໃນການປິ່ນປົວຍັງອ່ອນນ້ອຍ, ໃນນັ້ນ ລວມມີ ສປປ ລາວ, ຜູ້ທີ່ໄດ້ຮັບຜົນກະທົບກ່ວາໝູ່ແມ່ນຜູ້ດ້ອຍໂອກາດທີສຸດໃນສັງຄົມ ໂດຍສະເພາະແມ່ນຜູ້ທຸກຍາກຢູ່ເຂດຊົນນະບົດ.

 

ຢູ່ ສປປ ລາວ, ເຖິງວ່າມີຜູ້ຕິດເຊື້ອນ້ອຍ ແລະ ບໍ່ທັນມີການເສຍຊີວິດ, ບໍ່ມີຜູ້ຕິດເຊຶ້ອຢູ່ຊົນນະບົດກໍ່ຕາມ, ແຕ່ຄວາມສ່ຽງທີ່ພະຍາດຈະແຜ່ລະບາດຕໍ່ຊຸມຊົນຊົນນະບົດແມ່ນມີສູງຫຼາຍ ເນື່ອງຈາກລະບົບການກວດພະຍາດ ແລະ ການປິ່ນປົວຍັງຂາດເຂີນ. ສະນັ້ນ, ລັດຖະບານຈຶ່ງໄດ້ດຳເນີນມາດຕະການປ້ອງກັນຢ່າງເຂັ້ມງວດ ເພື່ອຕ້ານການແຜ່ລະ ບາດຮອບ2ຂອງພະຍາດໂຄວິດ-19ໂດຍມີການປູກຈິດສໍານຶກ ປຸກລະດົມ ຮຽກຮ້ອງທົ່ວສັງຄົມທັງພາຍໃນ ແລະຕ່າງ ປະເທດ. ໜຶ່ງໃນນັ້ນລັດຖະບານ ສປປ ລາວ ໄດ້ຮັບທຶນຊ່ອຍເຫຼືອລ້າຈຳນວນ 500.000 ໂດລາສະຫະລັດ ຈາກອົງ ການຮ່ວມມືເພື່ອການພັດທະນາ ຂອງປະເທດສະວິດເຊີແລນ (SDC) ເພື່ອນໍາໃຊ້ເຂົ້າໃນການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ຢູ່ 900ບ້ານ ແລະ ຢູ່ໂຮງຮຽນ 92 ແຫ່ງ ທີ່ນອນໃນ 35 ເມືອງທຸກຍາກ ຂອງ 10 ແຂວງເປົ້າໝາຍຂອງ ທລຍ ຄື: ຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ຫຼວງພະບາງ, ຫົວພັນ, ຊຽງຂວາງ, ສະຫັວນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື.

 

ສະນັ້ນ; ໃນລະຫວ່າງວັນທີ 22-27 ຕຸລາ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ

 

ປ່າໄມ້ ຈຶ່ງໄດ້ຈັດຊຸດຝຶກອົບຮົມ ເພື່ອສ້າງຄູຝຶກ ໃຫ້ພະນັກງານ ທລຍ ແລະ ພະນັກງານຈາກຂະແໜງການທີ່ກຽວຂ້ອງ ຈາກຝ່າຍລັດ ຂັ້ນແຂວງ ແລະ ເມືອງ ໃນວຽກງານປ້ອງກັນການແຜ່ລະບາດພະຍາດ ໂຄວິດ-19 ຢູ່ຮາກຖານຊຸມຊົນ ຊົນນະບົດໃນ ສປປ ລາວ ຂຶ້ນຢູ່ 3 ຈຸດຄື: ແຂວງຫຼວງພະບາງ, ຫົວພັນ ແລະ ສາລະວັນ ໂດຍໃຫ້ກຽດເປັນປະທານຮ່ວມກ່າວເປີດ ໂດຍພະແນກກະສິກໍາ ແລະ ປ່າໄມ້ແຂວງ, ພະແນກສາທາລະນາສຸກແຂວງ ແລະ ຄະນະອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການເປັນຄູຝຶກທີ່ມາຈາກ ກົມອະນາໄມແລະສົ່ງເສີມສຸຂະພາບ, ກົມປິ່ນປົວແລະ ຟຶ້ນຟູໜ້າທີ່ການກະຊວງສາທາລະນະສຸກ, ສູນກາງສະຫະພັນແມ່ຍິງລາວ, ກົມແຜນການແລະການຮ່ວມມືກະຊວງສຶກສາທິການແລະກິລາ ແລະ ການເຂົ້າຮ່ວມຂອງ ຂະແໜງການທີ່ກຽວຂ້ອງອ້ອມຂ້າງ ແຂວງ ແລະ ເມືອງ ຜູ້ປະສານງານທລຍ,ພະນັກງານ ທລຍ ຈາກ 10 ແຂວງ, 35​ ເມືອງ ເຂົ້າຮ່ວມທັງໝົດ 250 ກວ່າທ່ານ.            

 

ຈຸດປະສົງຂອງຊຸດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອໃຫ້ຜູ້ເຂົ້າຮ່ວມ ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມຮູ້ພື້ນຖານວິທີການປ້ອງກັນການລະບາດພະຍາດ ໂຄວິດ-19 ແລະ ພະຍາດໄວຣັສອື່ນໆ ແລະ ຮູ້ວິທີປຸກລະດົມ ສ້າງຄວາມຮັບຮູ້ວຽກງານດັ່ງກ່າວນີ້ ໃຫ້ແກ່ອາສາສະໝັກແພດບ້ານ, ຄູອາຈານ ລວມທັງພໍ່ແມ່ປະຊາຊົນພາຍໃນບ້ານເປົ້າໝາຍໂຄງການ,ເພື່ອໃຫ້ຜູ້ເຂົ້າຮ່ວມ ຮູ້ວິທີການເຮັດຜ້າອົດປາກ, ດັງ ແລະ ການປຸງແຕ່ງນໍ້າຢາຂ້າເຊື້ອ, ນໍ້າຢາລ້າງມືແບບງ່າຍດາຍ ໂດຍໃຊ້ວັດສະດູທີ່ຫາໄດ້ງ່າຍໃນທ້ອງຖີ່ນ ເພື່ອໄປສອນກຸ່ມເປົ້າໝາຍຢູ່ຂັ້ນທ້ອງຖິ່ນ.

 

ພາຍຫຼັງສໍາເລັດການຝຶກອົບຮົມຊຸດນີ້ແລ້ວ ບັນດານັກສໍາມະນາກອນຈະສາມາດລົງຜັນຂະຫຍາຍ ແລະ ຝຶກອົບ ຮົມຖ່າຍຖອດຄວາມຮູ້ ກ່ຽວກັບວິທີການປ້ອງກັນການລະບາດພະຍາດ ໂຄວິດ-19 ແລະ ວິທີການເຮັດຜ້າອັດປາກ, ດັງແບບງ່າຍດາຍ ໃຫ້ແກ່ຊຸມຊົນຢູ່ 900 ບ້ານ ຢ່າງມີຜົນສໍາເລັດ.