ການພັດທະນາ ຢູ່ບ້ານພູຍີ, ເມືອງໂພນທອງ

Posting Date: 
11 Nov 2021

ການພັດທະນາ ຢູ່ບ້ານພູ​ຍີ, ເມືອງໂພນທອງ

ໂດຍ: ທລຍ ​ເມືອງ​ໂພນ​ທອງ, ແຂວງຫຼວງພະບາງ

 

ບ້ານ​ພູ​ຍີ, ກຸ່ມ​ເມືອງ​ຮຶບ ເມືອງ​ໂພນ​ທອງ ແຂວງຫຼວງພະບາງ ເປັນ​ບ້ານ​ເຜົ່າ​ມົ້ງ ຊຶ່ງມີ​ຈຳ​ນວນ​ຄອບ​ຄົວ​ທັງ​ໝົດ 34 ຄອບ​ຄົວ, ມີ​ປະ​ຊາ​ກອນ​ທັງ​ໝົດ 318 ຄົ​ນ, ຍິງ 144 ຄົນ. ໃນປີ 2019 ຜ່ານມາ  ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊ່ວຍພັດທະນາດ້ານໂຄງລ່າງພື້ນຖານໃຫ້ບ້ານດັ່ງກ່າວ 2 ໂຄງການ ຄື: ໂຄງ​ການປັບ​ປຸງ ແລະ ຂະ​ຫຍ​າຍ​ເສັ້ນ​ທາງ​ຊົນ​ນະ​ບົດ ແລະ ໂຄງ​ການ​ກໍ່​ສ້າງ​ອ່າງ​ເກັບ​ນ້ຳ. ໃນປີ 2021 ບ້ານດັ່ງກ່າວ ຍັງສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກ ​ໂຄງ​ການ ທລຍ ອີກຈໍານວນ 01 ໂຄງການ ຄື: ໂຄງ​ການ​ສ້ອມ​ແປງ​ເສັ້ນ​ທາງ​ໄປ​ສູ່​ເຂດ​ການ​ຜະ​ລິດ  ຊຶ່ງເປັນ​ໂຄງ​ການ​ຍ່ອຍ​ທຶນ​ສົມ​ທົບ​ຂອງ​ລັດ​ຖະ​ບານລາວທີ​່ຂື້ນ​ກັບ​ຂະ​ແໜງ​ໂຍທາທິການ ແລະ ຂົນສົ່ງ ດ້ວຍງົບ​ປະ​ມານ​ທັງໝົດ 408 ລ້ານກ່ວາກີບ;​​ ໃນນັ້ນ ທຶນ​ປະ​ກອບ​ສ່ວນ​ຂອງ​ຊຸມ​ຊົນ​ ຈຳ​ນວນ 11 ລ້ານກ່ວາກີບ.

ໃນ​ວັນ​ທີ 18-19 ຕຸ​ລາ 2021 ທີ່ຜ່ານມາ ທິມງານຮັບຜິດຊອບໂຄງການດັ່ງກ່າວ ນຳພາໂດຍ ທ່ານ ຕຸ້ຍ ວົງສອນໄທ, ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໂພນທອງ, ທິມງານ ທລຍ ເມືອງໂພນທອງ, ຜູ້ຕາງໜ້າບໍລິສັດ ດີເອັສແອວ, ພ້ອມດ້ວຍທີມງານຈັດຕັ້ງປະຕິບັດຂັ້ນບ້ານ ໄດ້ລົງຕິດຕາມກວດການຄວາມຄືບໜ້າການທະລຸທາງເຂດຜະລິດຂອງບ້ານພູຍີ ຊຶ່ງເສັ້ນທາງດັ່ງກ່າວມີຄວາມຍາວ 4  ກິໂລແມັດເຄິ່ງ, ກ້ວາງ,3.5 ແມັດ; ໃນນັ້ນ ປະກອບມີວາງທໍ່ລອດທາງ 4 ຈຸດ; ເຫັນວ່າ ການກໍ່ສ້າງ​ໂຄງ​ການ​ດັ່ງ​ກ່າວ ​ແມ່ນ​ມີ​ຄວາມ​ຄື​ບ​ໜ້າ 48.98%  ໂດຍເລີ່ມລົງມືກໍ່ສ້າງ ແຕ່ວັນທີ 15 ກັນຍາ 2021 ແລະຄາດວ່າຈະສຳເສັດ 100% ໃນຕົ້ນເດືອນທັນວາ  2021 ທີ່ຈະມາເຖິງນີ້.

ຜ່ານການສະໜັບສະໜູນຊ່ວຍເຫຼືອຈາກ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນໄລຍະຜ່ານມາ ເຫັນໄດ້ວ່າສາມາດຊ່ວຍປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນທີ່ດຳລົງຊີວິດໃນເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ; ສາມາດເຊື່ອມຕໍ່ກັບເຂດຕົວເມືອງສະດວກຂຶ້ນກວ່າເກົ່າ; ມີນໍ້າກິນ, ນໍ້າໃຊ້ ທີ່ສະອາດຢູ່ໃກ້ບ້ານ; ເດັກນ້ອຍມີບ່ອນຮຽນໜັງສືທີ່ສະດວກສະບາຍ ໄດ້ມາດຕະຖານ ແລະ ສຳຄັນແມ່ນສາມາດຊ່ວຍແບ່ງເບົາພໍ່ແມ່ປະຊາຊົນ ໃຫ້ມີເວລາຫຼາຍຂຶ້ນໃນການທຳ​ການ​ຜະ​ລິດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວເພື່ອແກ້ໄຂຄວາມທຸກຍາກ.