ການພັດທະນາ ຢູ່ບ້ານພູຍີ, ເມືອງໂພນທອງ
ໂດຍ: ທລຍ ເມືອງໂພນທອງ, ແຂວງຫຼວງພະບາງ
ບ້ານພູຍີ, ກຸ່ມເມືອງຮຶບ ເມືອງໂພນທອງ ແຂວງຫຼວງພະບາງ ເປັນບ້ານເຜົ່າມົ້ງ ຊຶ່ງມີຈຳນວນຄອບຄົວທັງໝົດ 34 ຄອບຄົວ, ມີປະຊາກອນທັງໝົດ 318 ຄົນ, ຍິງ 144 ຄົນ. ໃນປີ 2019 ຜ່ານມາ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊ່ວຍພັດທະນາດ້ານໂຄງລ່າງພື້ນຖານໃຫ້ບ້ານດັ່ງກ່າວ 2 ໂຄງການ ຄື: ໂຄງການປັບປຸງ ແລະ ຂະຫຍາຍເສັ້ນທາງຊົນນະບົດ ແລະ ໂຄງການກໍ່ສ້າງອ່າງເກັບນ້ຳ. ໃນປີ 2021 ບ້ານດັ່ງກ່າວ ຍັງສືບຕໍ່ໄດ້ຮັບການຊ່ວຍເຫຼືອຈາກ ໂຄງການ ທລຍ ອີກຈໍານວນ 01 ໂຄງການ ຄື: ໂຄງການສ້ອມແປງເສັ້ນທາງໄປສູ່ເຂດການຜະລິດ ຊຶ່ງເປັນໂຄງການຍ່ອຍທຶນສົມທົບຂອງລັດຖະບານລາວ ທີ່ຂື້ນກັບຂະແໜງໂຍທາທິການ ແລະ ຂົນສົ່ງ ດ້ວຍງົບປະມານທັງໝົດ 408 ລ້ານກ່ວາກີບ; ໃນນັ້ນ ທຶນປະກອບສ່ວນຂອງຊຸມຊົນ ຈຳນວນ 11 ລ້ານກ່ວາກີບ.
ໃນວັນທີ 18-19 ຕຸລາ 2021 ທີ່ຜ່ານມາ ທິມງານຮັບຜິດຊອບໂຄງການດັ່ງກ່າວ ນຳພາໂດຍ ທ່ານ ຕຸ້ຍ ວົງສອນໄທ, ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໂພນທອງ, ທິມງານ ທລຍ ເມືອງໂພນທອງ, ຜູ້ຕາງໜ້າບໍລິສັດ ດີເອັສແອວ, ພ້ອມດ້ວຍທີມງານຈັດຕັ້ງປະຕິບັດຂັ້ນບ້ານ ໄດ້ລົງຕິດຕາມກວດການຄວາມຄືບໜ້າການທະລຸທາງເຂດຜະລິດຂອງບ້ານພູຍີ ຊຶ່ງເສັ້ນທາງດັ່ງກ່າວມີຄວາມຍາວ 4 ກິໂລແມັດເຄິ່ງ, ກ້ວາງ,3.5 ແມັດ; ໃນນັ້ນ ປະກອບມີວາງທໍ່ລອດທາງ 4 ຈຸດ; ເຫັນວ່າ ການກໍ່ສ້າງໂຄງການດັ່ງກ່າວ ແມ່ນມີຄວາມຄືບໜ້າ 48.98% ໂດຍເລີ່ມລົງມືກໍ່ສ້າງ ແຕ່ວັນທີ 15 ກັນຍາ 2021 ແລະຄາດວ່າຈະສຳເສັດ 100% ໃນຕົ້ນເດືອນທັນວາ 2021 ທີ່ຈະມາເຖິງນີ້.
ຜ່ານການສະໜັບສະໜູນຊ່ວຍເຫຼືອຈາກ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໃນໄລຍະຜ່ານມາ ເຫັນໄດ້ວ່າສາມາດຊ່ວຍປັບປຸງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນທີ່ດຳລົງຊີວິດໃນເຂດຫ່າງໄກສອກຫຼີກ ແລະ ທຸລະກັນດານ; ສາມາດເຊື່ອມຕໍ່ກັບເຂດຕົວເມືອງສະດວກຂຶ້ນກວ່າເກົ່າ; ມີນໍ້າກິນ, ນໍ້າໃຊ້ ທີ່ສະອາດຢູ່ໃກ້ບ້ານ; ເດັກນ້ອຍມີບ່ອນຮຽນໜັງສືທີ່ສະດວກສະບາຍ ໄດ້ມາດຕະຖານ ແລະ ສຳຄັນແມ່ນສາມາດຊ່ວຍແບ່ງເບົາພໍ່ແມ່ປະຊາຊົນ ໃຫ້ມີເວລາຫຼາຍຂຶ້ນໃນການທຳການຜະລິດ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວເພື່ອແກ້ໄຂຄວາມທຸກຍາກ.