ກອງປະຊຸມປະສານງານການວາງແຜນຂັ້ນເມືອງ

Posting Date: 
25 Aug 2021

 

ກອງປະຊຸມປະສານງານການວາງແຜນຂັ້ນເມືອງ

 

      

 

        ໃນຕອນເຊົ້າຂອງວັນທີ 24 ສິງຫາ 2021ກອງທຶນຫຼຸດຜ່ອນຄວາມທຸກຍາກ( ທລຍ ) ປະຈໍາເມືອງບຸນໃຕ້ ໄດ້ຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງຂຶ້ນທີ່ຫ້ອງປະຊຸມສະໂມສອນ ເມືອງບຸນໃຕ້, ແຂວງຜົ້ງສາລີ ໂດຍການເປັນປະທານຂອງທ່ານບຸນແພງ  ລາວລີ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງໆບຸນໃຕ້, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີບັນດາທ່ານແຂກຖືກເຊີນ ຈາກຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງ, ຜູ້ຕາງໜ້າຈາກໂຄງການພັດທະນາຕ່າງໆພາຍໃນເມືອງ, ທິມງານ ທລຍ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ນາຍບ້ານໆເປົ້າໝາຍຈາກ 15 ບ້ານ ພ້ອມດ້ວຍຕົວແທນບ້ານ ເຂົ້າຮ່ວມທັງໝົດ  61 ທ່ານ,ຍິງ16ທ່ານ.

 

      ຈຸດປະສົງກອງປະຊຸມໃນຄັ້ງນີ້ເພື່ອປຶກສາຫາລື ແລະ ຮັບຮອງເອົາແຜນພັດທະນາບ້ານ ໃນບ້ານເປົ້າໝາຍຂອງ ທລຍ ໂດຍອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ. ແຜນພັດທະນາບ້ານນີ້ ຈະເປັນຂໍ້ມູນພື້ນຖານ ໃຫ້ແກ່ການວາງແຜນພັດທະນາເສດຖະກິດສັງຄົມ ຂອງເມືອງ ພ້ອມກັນນັ້ນ ເພື່ອຄັດເລືອກເອົາກິດຈະກຳດ້ານໂຄງລ່າງພື້ນຖານຂະໜາດນ້ອຍ ທີ່ຈະຊ່ອຍເຫຼືອພາຍໃຕ້ ໂຄງການ ທລຍ 3 ໄລຍະທຶນເພີ່ມຕື່ມ ແລະ ເພື່ອຮັບປະກັນໃຫ້ມີການສົມທົບ ແລະ ເປັນເອກະພາບກັນລະຫວ່າງບັນດາໂຄງການພັດທະນາໂດຍສະເພາະໂຄງການທີ່ກຳລັງສຸມໃສ່ວຽກໂພຊະນາການທີ່ພວມຈັດຕັ້ງປະຕິບັດຢູ່ເມືອງບຸນໃຕ້.

 

   ກອງປະຊຸມໃນຄັ້ງນີ້, ໄດ້ເປີດໂອກາດ ໃຫ້ບັນດາທ່ານ ຕາງໜ້າຈາກ ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ໂຄງການພັດທະນາຕ່າງໆພາຍໃນເມືອງ, ຕົວແທນທີ່ມາຈາກບ້ານເປົ້າໝາຍ ໄດ້ຂື້ນນຳສະເໜີບຸລິມະສິດຄວາມຕ້ອງການແຜນພັດທະນາບ້ານໃນໄລຍະ 5 ປີ ເຊິ່ງລວມທັງໝົດ 79 ບຸລິມະສິດ,ໃນນັ້ນ ຂະແໜງການກະສິກໍາ 34 ກິດຈະກໍາ, ຂະແໜງການສຶກສາທິການ ແລະ ກິລາ 13 ກິດຈະກຳ, ສາທາລະນະສຸກ 14 ກິດຈະກຳ ແລະ ໂຍທາທິການ ແລະ ຂົນສົ່ງ 18 ກິດຈະກຳ. ກອງປະຊຸມໄດ້ປຶກສາຫາລື ກຳນົດ ແລະ ຮັບຮອງເອົາ ບັນດາກິດຈະກຳ ໂຄງການຍ່ອຍດ້ານພື້ນຖານໂຄງລ່າງ ທີ່ຈະໄດ້ຈັດຕັ້ງປະຕິບັດຢູ່ 15 ບ້ານເປົ້າ ໝາຍຂອງໂຄງການດັ່ງນີ້:

 

1.     ກຸ່ມລົງທາງ ບ້ານພູຄໍ້   ສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ, ສະໜອງໄຟຟ້າແສງສະຫວ່າງ.

 

2.    ກຸ່ມສຳພັນໄຊ ບ້ານສຳພັນໄຊ   ສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ, ສະໜອງຕະຫຼາດກະສີກຳ.

 

3.    ກຸ່ມນາແຕ່ນ ບ້ານນາແຕ່ນ  ສ້ອມແປງນໍ້າລີນ.

 

4.    ກຸ່ມລ້ອງນາຍ ບ້ານລ້ອງນາຍໃໝ່  ສ້ອມແປງຊົນລະປະທານ

 

5.    ກຸ່ມລ້ອງນາຍ ບ້ານລ້ອງນາຍເກົ່າ  ສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ, ສ້ອມແປງໂຮງຮຽນ.

 

6.    ກຸ່ມນາມາກ ບ້ານນາມາກ  ສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ, ສະໜອງຕະຫຼາດກະສິກຳ.

 

7.    ກຸ່ມນາກ ບ້ານ ອາເນັ່ງ  ສ້ອມແປງລະບົບນໍ້າລີນ.

 

8.    ກຸ່ມເທດສະບານ ບ້ານ ເພຍເຫຼັກ ກໍ່ສ້າງຂົວຈົມນໍ້າລົ້ນ

 

9.    ກຸ່ມເທດສະບານ ບ້ານ ບຸນໃຕ້ ສ້ອມແປງເສັ້ນທາງເຂົ້າຫາເຂດການຜະລິດ.

 

10.  ກຸ່ມເທດສະບານ ບ້ານແສນອີນໃໝ່  ທະລຸເສັ້ນທາງເຂົ້າຫາເຂດການຜະລິດ

 

11.   ກຸ່ມເທດສະບານ ບ້ານນາໄຊ ສ້ອມແປງລະບົບນໍ້າລີນ

 

12.  ກຸ່ມເພຍສຸ ບ້ານ ຈາແມ້  ບໍ່ໄດ້ ຍ້ອນວ່າຈະຖືກຜົນກະທົບຈາກເຂື່ອນໄຟຟ້າ

 

13.  ກຸ່ມເພຍສຸ ບ້ານ ຫາດງາມ ບໍ່ໄດ້ຍ້ອນວ່າຈະຖືກຜົນກະທົບຈາກເຂື່ອນໄຟຟ້າ

 

14.  ກຸ່ມເພຍສຸ ບ້ານ ເພຍສຸບໍ່ໄດ້ ຍ້ອນວ່າຈະຖືກຜົນປະທົບຈາກເຂື່ອນໄຟຟ້າ

 

15.  ກຸ່ມເທດສະບານ ບ້ານນາຫວາຍ ບໍ່ໄດ້ ຍ້ອນເປັນບ້ານທີ່ຜົ້ນທຸກແລ້ວ

 

ບັນດາໂຄງການດ້ານພື້ນຖານໂຄງລ່າງທີ່ໄດ້ຖຶກຮັບຮອງຢູ່ກອງປະຊຸມຂັ້ນເມືອງໃນຄັ້ງນີ້ ແມ່ນຈະໄດ້ເລີ່ມລົງສຳຫຼວດອອກແບບ ໃນເດືອນ ກັນຍາ 2021 ທີ່ຈະມາເຖິງນີ້.

 

    ໃນຕອນທ້າຍກອງປະຊຸມ ທ່ານ ບຸນແພງ ລາວລີ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງໆ ບຸນໃຕ້ ປະທານກອງປະຊຸມໄດ້ມີຄຳເຫັນ ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍມາຍັງກອງທຶນຫຼຸດຜ່ອນຄວາມທຸກຍາກ, ຂະແໜງການຂັ້ນເມືອງ ແລະ ຕົວແທນຈາກບ້ານເປົ້າໝາຍ ທີ່ໄດ້ກະກຽມ ແລະ ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ.

 

ທ່ານຍັງໄດ້ສະແດງຄວາມຮູ້ບຸນຄຸນມາຍັງ ກອງທຶນຫຼຸດຜ່ອນຄວາມທຸກຍາກກໍຄືພັກ-ລັດ ທີ່ໄດ້ໃຫ້ການສະໜັບສະໜູນທຶນຮອນໃນການກໍ່ສ້າງພື້ນຖານໂຄງລ່າງຂະໜາດນ້ອຍໃຫ້ບັນດາບ້ານທີ່ມີຄວາມຫຍຸ້ງຍາກ ໃນການທຳການຜະລິດ ແລະ ດຳລົງຊີວິດຂອງປະຊາຊົນ ຢູ່ພາຍໃນເມືອງບຸນໃຕ້ ພ້ອມທັງ ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຈົ່ງເປັນເຈົ້າການໃນການຊີ້ນຳ-ນຳພາ ແລະ ພ້ອມກັນຈັດຕັ້ງປະຕິບັດບັນດາກິດຈະກຳທີ່ໄດ້ຮັບຮອງກັນໃນກອງປະຊຸມຄັ້ງນີ້ໃຫ້ປະກົດເປັນຮູບປະທຳຕົວຈິງ.