ກອງປະຊຸມປະເມີນຜົນຄັ້ງສຸດທ້າຍຂອງການຄົ້ນຄວ້າຮູບແບບການຈັດຕັ້ງປະຕິບັດ ໂດຍຊຸມຊົນເປັນເຈົ້າ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

Posting Date: 
18 Dec 2020

ກອງປະຊຸມປະເມີນຜົນຄັ້ງສຸດທ້າຍຂອງການຄົ້ນຄວ້າຮູບແບບການຈັດຕັ້ງປະຕິບັດ

ໂດຍຊຸມຊົນເປັນເຈົ້າ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

 

ໂຄງການຄົ້ນຄວ້າຮ່ວມມື ສໍາລັບຜົນກະທົບຂອງການດໍາເນີນການພັດທະນາ ໂດຍຊຸມຊົນເປັນເຈົ້າຕໍ່ກັບການພັດທະນາຊົນນະບົດພາຍໃຕ້ ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໄດ້ດໍາເນີນມາແຕ່ວັນທີ 31 ມັງກອນ 2020 ແລະ ໄດ້ມີຄວາມຄືບໜ້າຫຼາຍຢ່າງ. ຫົວຂໍ້ດັ່ງກ່າວມີຄວາມສໍາຄັນຫຼາຍໃນເງື່ອນໄຂທີ່ພວກເຮົາກໍາລັງສູ້ຊົນຜັນຂະຫຍາຍຄໍາສັ່ງຂອງກົມການເມືອງສູນກາງພັກ ສະບັບເລກທີ 097/ກມສພ ວ່າດ້ວຍການເພີ່ມທະວີການ ຊີ້ນໍາ ນໍາພາວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ດໍາລັດ 348/ລບ ວ່າດ້ວຍມາດຕະ ຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທີ່ໄດ້ຮັບການຍົກລະດັບຂຶ້ນຕາມເປົ້າໝາຍແນໃສ່ລົບລ້າງຄວາມທຸກຍາກທຸກຮູບແບບຢ່າງທົ່ວເຖິງໃນປີ 2030.  

ໃນວັນທີ 18 ທັນວາ 2020, ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປະເມີນຜົນຄັ້ງສຸດທ້າຍຂອງການຄົ້ນຄວ້າຮູບແບບການຈັດຕັ້ງປະຕິບັດໂດຍຊຸມຊົນເປັນເຈົ້າພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ -ແມ່ນໍ້າລ້ານຊ້າງ(ກໍາປູເຈ່ຍ, ລາວ, ຫວຽດນາມ, ໄທ ແລະ ສປ ຈີນ) ຢູ່ທີ່ມະຫາວິທະ ຍາໄລແຫ່ງຊາດລາວ (ດົງໂດກ) ໂດຍການເປັນປະທານຂອງທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຂອງບັນດາກົມ ກອງ ສະຖາບັນ ທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ປ່າໄມ້, ກະຊວງການຕ່າງປະເທດ, ຄະນະກຳມະການຮ່ວມມືລາວ-ຈີນ ກະ ຊວງແຜນການ ແລະ ການລົງທຶນ, ສະຖາບັນຄົ້ນຄວ້າເສດຖະກິດເເຫ່ງຊາດ, ມະຫາວິທະຍາໄລເເຫ່ງຊາດ,​ ຫ້ອງວ່າ ການສູນກາງພັກ, ສະຫະພັນແມ່ຍີງລາວ, ແນວລາວສ້າງຊາດ, ກະຊວງສາທາລະນະສຸກ, ສຶກສາທິການ, ໂຍທາທິການ ແລະ ຂົນສົ່ງ, ກະຊວງພາຍໃນ, ທະນາຄານແຫ່ງ ສປປ ລາວ, ທະນາຄານນະໂຍບາຍ, ທະນາຄານໂລກ, SDC ແລະ ອົງການ INGO’sໃນ ສ ປ ປ ລາວ ຈໍານວນໜຶ່ງ, ຄະນະຄົ້ນຄວ້າຈາກຝ່າຍລາວ ແລະ ຝ່າຍຕ່າງປະເທດ ຕະຫຼອດຮອດພະນັກງານຫຼັກແຫຼ່ງຂອງ ທລຍ ເຂົ້າຮ່ວມທັງໝົດ 71 ທ່ານ.

ທີ່ກອງປະຊຸມ ນັກຄົ້ນຄວ້າ ຂອງ 5 ປະເທດໄດ້ຜັດປ່ຽນກັນນໍາສະເໜີຜົນຂອງການຄົ້ນຄວ້າ ໂດຍ ທີມງານຄົ້ນ ຄວ້າໄດ້ນໍາສະເໜີບັນດາຫົວຂໍ້ທີ່ສໍາຄັນດັ່ງນີ້:

1) 

ການປະເມີນຜົນ ກ່ຽວກັບ ຄວາມຍືນຍົງຂອງໂຄງການພັດທະນາທີ່ຊຸມຊົນເປັນເຈົ້າ ຢູ່ໃນ ສ ປ ປ ລາວ;   

2) 

ວິເຄາະ ປະສົບການຈັດຕັ້ງປະຕິບັດ 16 ປີ ຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ ດ້ານການພັດທະນາທີ່ຊຸມຊົນເປັນເຈົ້າ(CDD) ໃນ ສ ປ ປ ລາວ;  

3) 

ການພັດທະນາທີ່ຊຸມຊົນເປັນເຈົ້າໃນ ລາວ: Dilemmaແລະ ຄວາມຫັວງຂອງຮູບແບບ ຂອງ SaemaulUndongແລະ ກອງທຶນຫຼຸດຜ່ອນຄວາມທຸກຍາກ;   

4) 

  ຕົວແບບທີ່ຈັດຕັ້ງປະຕິບັດໄດ້ດີສຸດ ຂອງການພັດທະນາທີ່ຊຸມຊົນເປັນເຈົ້າ ຂອງປະເທດ ກໍາປູເຈັຍ, ຈີນ, ລາວ, ໄທ ແລະ ຫຽວດນາມ

5) 

ຕາງໜ້າ ທິມງານຄົ້ນຄວ້າຂອງປະເທດຫຽວດນາມໄດ້ນໍສະເໜີຫົວຂໍ້:

ໂຄງການຄົ້ນຄວ້າຮ່ວມ ກ່ຽວກັບ ຜົນກະທົບ ຂອງການນໍາໃຊ້ຮູບແບບການພັດທະນາທີ່ຊຸມຊົນເປັນເຈົ້າ ຢູ່ໃນເຂດຊົນນະບົດ: ກໍລະນີ ການພັດທະນາໂດຍຊຸມຊົນເປັນເຈົ້າຢູ່ເຂດພູດອຍຂອງປະເທດຫຽວດນາມ;

6) 

ຕາງໜ້າທີມງານ ສປ ປ ຈີນໄດ້ນໍາສະເໜີຫົວຂໍ້: ການຄົ້ນຄວ້າ ກ່ຽວກັບ ຮູບແບບ ແລະ ປະສົບການ ຂອງການຫຼຸດຜ່ອນຄວາມທຸກຍາກຂອງ ຈີນ ພາຍໃຕ້ຂອບຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ

-      

ທິດສະດີ ແລະ ການຈັດຕັ້ງປະຕິບັດໂຄງການ ການພັດທະນາທີ່ຊຸມຊົນເປັນເຈົ້າ (CDD)

7). ສໍາລັບທີມງານຄົ້ນຄວ້າຂອງໄທ ແລະ ກໍາປູເຈົຍ ໄດ້ນໍາສະເໜີຫົວຂໍ້:  ປັດສະຍາເສດຖະກິດພໍພຽງ ສໍາລັບ ຮູບແບບການພັດທະນາທີ່ຊຸມຊົນເປັນເຈົ້າ ດ້ານການພັດທະນາແບບທ້ອງຖິ່ນແບບຍືນຍົງ, ບົດຮຽນທີ່ຖອດຖອນໄດ້ຈາກກໍລະນີສຶກສາ ຂອງໄທ ແລະ ສໍາລັບປະເທດກໍາປູເຈັຍ ແມ່ນນໍາສະເໜີ ກ່ຽວກັບຫົວຂໍ້: ຜົນກະທົບ ຂອງຮູບແບບການພັດທະນາທີ່ຊຸມຊົນເປັນເຈົ້າ ດ້ານການພັດທະນາຊົນນະບົດ

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໄດ້ລາຍງານວ່າ:  ຢູ່ໃນເງື່ອນໄຂຂອງ ສປປ ລາວ ພັກ-ລັດຖະບານກໍໄດ້ເອົາໃຈໃສ່ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນໃນການພັດທະນາສ້າງສາປະເທດຊາດ ໂດຍສະເພາະແມ່ນເຮັດໃຫ້ວຽກພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ກາຍເປັນຂອງທົ່ວພັກ ທົ່ວລັດ ທົ່ວປວງຊົນ ຢ່າງແທ້ຈິງ.

ກອງທຶນຫຼຸດຜ່ອນຄວມທຸກຍາກ(ທລຍ) ແມ່ນໂຄງການຂອງລັດຖະບານ ພາຍໃຕ້ການສະໜັບສະໜູນຂອງລັດຖະບານ ແລະ ສາກົນເຮັດໜ້າທີ່ໃນການແກ້ໄຂຄວາມທຸກຍາກ ແລະ ພັດທະນາຊົນນະບົດ ດ້ວຍການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາ ຫານ ສົ່ງເສີມການຜະລິດເປັນສິນຄ້າ, ສະໜອງໂຄງລ່າງພື້ນຖານຂະໜາດນ້ອຍ, ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ, ສ້າງລາຍຮັບ ແລະ ອາຊີບທີ່ໝັ້ນຄົງ, ແກ້ໄຂບັນຫາໂພຊະນາການ ທີ່ໄດ້ຈັດຕັ້ງປະຕິບັດມາໄດ້ 17 ປີແລ້ວ ແລະ ໄດ້ມີບົດຮຽນຫຼວງຫຼາຍ. ປະຈຸບັນນີ້ ພວມເສີມຂະຫຍາຍໝາກຜົນຂອງໂຄງການຜ່ານມາ ສຸມໃສ່ແກ້ໄຂຄວາມທຸກຍາກຂອງຄອບຄົວໃນເງື່ອນໄຂຂອງການພັດທະ ນາຊົນນະບົດໃໝ່. ດັ່ງນັ້ນ, ໂຄງການຄົ້ນຄວ້າດັ່ງກ່າວນີ້ຈະເປັນການສ້າງເງື່ອນໄຂໃຫ້ມີການແລກປ່ຽນການຄົ້ນຄວ້າ ລະຫວ່າງບັນດາປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.

ໃນນາມກະຊວງກະສິກໍາ ແລະ ປ່າໄມ້ ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ກົມພັດທະນາຊົນນະບົດ ແລະ ສະ ຫະກອນ, ທລຍ ກໍຄືຄະນະຮັບຜິດຊອບໂຄງການ ແລະ ບັນດານັກຄົ້ນຄວ້າທັງຫຼາຍ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄົ້ນຄວ້າ ຈົນມີສໍາເລັດຂັ້ນສຸດທ້າຍ ແລະ ໄດ້ເຜີຍແຜ່-ລາຍງານໃຫ້ທຸກຂະແໜງການຂອງລັດຮັບຊາບ.

ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ທລຍ ໄດ້ລາຍງານຕື່ມວ່າ: ຄວາມຄືບໜ້າຂອງວຽກງານການຄົ້ນຄວ້າ ຜົນກະທົບຂອງວຽກງານການພັດທະນາ ໂດຍຊຸມຊົນເປັນເຈົ້າ (CDD) ພາຍໃຕ້ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປັນທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ຈໍານວນເງິນ 224.000 ໂດລາສະຫະລັດ. ມີນັກຄົ້ນຄວ້າທັງໝົດ 25 ຄົນແບ່ງ 7 ທິມ (ຈາກ ສປປ ລາວ ຈຳນວນ 3 ທີມ ແລະ ຈາກປະເທດ ກໍາປູເຈຍ, ສປ ຈີນ, ໄທ ແລະ ຫວຽດນາມ ປະເທດລະໜຶ່ງທິມ). 2 ທິມທີ່ຮັບຜິດຊອບຕີລາຄາດ້ານນະໂຍບາຍ ແລະ ພຶດຕິກໍາຕົວຈິງຂອງວຽກງານການພັດທະນາໂດຍຊຸມຊົນເປັນເຈົ້າ ແຕ່ລະປະເທດ ເຮັດວຽກສະຫຼຸບເປັນນະໂຍບາຍລວມ ເພື່ອເປັນບ່ອນອີງໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງແຕ່ລະປະເທດ. ວຽກງານການຄົ້ນຄວ້າໄດ້ສໍາເລັດຕາມແຜນການແລ້ວ.  ໂດຍລວມ ຜົນຂອງການຄົ້ນຄວ້າໃນຄັ້ງນີ້ສາມາດຕີລາຄາໄດ້ວ່າ: ການພັດທະນາ ໂດຍຊຸມຊົນເປັນເຈົ້າ ແມ່ນຮູບແບບການພັດທະນາທີ່ແນໃສ່ການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າໃຫ້ແກ່ປະຊາ ຊົນໃນພື້ນທີ່ເປົ້າໝາຍ ເພື່ອໃຫ້ເຂົາເຈົ້າມີສ່ວນຮ່ວມໃນການແກ້ໄຂຄວາມທຸກຍາກ,  ຜ່ານການຈັດສັນທຶນຮອນໂດຍກົງ ແລະ ມອບຄວາມຮັບຜິດຊອບໃຫ້ເຂົາເຈົ້າ ໃນການຕັດສິນໃຈ ມີສ່ວນຮ່ວມຂອງຊາວບ້ານ ໃນການຈັດລຽງບູລິມະສິດຄວາມຕ້ອງການ ຮັບປະ ກັນວ່າເຂົາເຈົ້າສາມາດຈັດຕັ້ງປະຕິບັດດ້ວຍຕົວເຂົາເອງ. ໂດຍການສະໜັບສະໜູນດ້ານວິຊາການຈາກຊ່ຽວຊານຂອງໂຄງການ, ຈາກຕົວແທນຂອງລັດຖະບານ ຫຼື ຜູ້ໃຫ້ທຶນ.  ສໍາຄັນແມ່ນໃຫ້ອີງໃສ່ທ່າແຮງຂອງທ້ອງຖິ່ນ ເອົາໃຈໃສ່ 3 ຢ່າງຄື: 1) ການສ້າງເປັນຕົວແບບໃນບ່ອນທີ່ມີເງື່ອນໄຂກ່ອນ ເພື່ອເປັນບ່ອນຮຽນຮູ້ ເຊັ່ນ ບົດຮຽນເສດຖະກິດພໍພຽງຈາກປະເທດໄທ; 2)ເບິ່ງທ່າແຮງກໍຄືຊັບພະ ຍາກອນຂອງທ້ອງຖິ່ນ ລວມທັງຄວາມພ້ອມຂອງປະຊາຊົນ; ແລະ 3) ເບິ່ງຄວາມພ້ອມຂອງການນໍາໃນແຕ່ລະທ້ອງຖິ່ນແຕ່ຂັ້ນບ້ານ ຂື້ມມາ ເພື່ອເປັນຜູ້ນໍາພາທີ່ດີ ແລະ ຊີ້ນໍາຊາວບ້ານໄດ້. 4) ຮຽກຮ້ອງໃຫ້ມີສ່ວນຮ່ວມຈາກຫຼາຍພາກສ່ວນ ໂດຍສະເພາະພາກລັດຖະ ບານຈະຕ້ອງມີຄວາມເຂົ້າໃຈ, ໃຫ້ມີສະຖາບັນທີ່ຮັບຜິບຊອບໂດຍກົງ, ຈັດສັນງົບປະມານໃຫ້ເໝາະສົມ, ນໍາພາ ຍາດແຍ່ງການຊ່ວຍ ເຫຼືອ ທັງພາຍໃນແລະ ຕ່າງປະເທດ, ພາກສ່ວນທຸລະກິດຕ່າງໆໃນສັງຄົມ ໂດຍໃຫ້ສອດຄ່ອງກັບນະໂຍບາຍຂອງລັດຖະບານທີ່ມີຢູ່ແລ້ວ ດັ່ງຕົວຢ່າງ: ບົດຮຽນຂອງການພັດທະນາຂອງ ສປ ຈີນ ທີ່ໃຊ້ໂຄງການພັດທະນາໂດຍຊຸມຊົນເປັນເຈົ້າເປັນເຄື່ອງມືສໍາຄັນໃນການຂັບເຄື່ອນນະໂຍບາຍດັ່ງກ່າວໃຫ້ບັນລຸເປົ້າໝາຍ ຂອງການພັດທະນາ ແລະ ສາມາດນໍາໃຊ້ໃນທົ່ວປະເທດ.