ກອງປະຊຸມເຊື່ອມຊືມ ສາມເອກະສານທີ່ສໍາຄັນ ເພື່ອເປັນທິດທາງໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ

Posting Date: 
04 Aug 2021

 

ກອງປະຊຸມເຊື່ອມຊືມ ສາມເອກະສານທີ່ສໍາຄັນ ເພື່ອເປັນທິດທາງໃນການພັດທະນາຊົນນະບົດ ແລະ

 

ແກ້ໄຂຄວາມທຸກຍາກ

 

ໃນວັນທີ 4 ສິງຫາ 2021, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມມະຕິ XI ຂອງພັກປະຊາຊົນປະຕິວັດລາວ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ່ IX ແລະ ແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ(2021-2025) ຂອງກະຊວງກະຊວງກະສິກໍາ ແລະ ປ່າໄມ້ ຂຶ້ນໂດຍການເປັນປະທານຂອງທ່ານ ພັດນະຄອນ ຄັນທະມີໄຊ ຜູ້ອໍານວຍການ ທລຍ ແລະ ການເຂົ້າຮ່ວມຮັບຟັງຂອງຄະນະອໍານວຍການ, ສະມາຊິກພັກ, ບັນດາຫົວໜ້າຂະແໜງ, ໜ່ວຍງານ ແລະ ພະນັກງານວິຊາການ ທັງໝົດ 23 ທ່ານ, ຍິງ 5 ທ່ານ.

 

ຈຸດປະສົງ ຂອງການເຊື່ອມຊຶມເອກະສານ ຄັ້ງນີ້ ແມ່ນເພື່ອເຮັດໃຫ້ ສະມາຊິກພັກ ແລະ ພະນັກງານ ຂອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ສາມາດກໍາແໜ້ນ ເນື້ອໃນຈິດໃພື້ນຖານ ຂອງເອກະສານ ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ (2021-2025) ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025), ແຜນພັດທະນາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ(2021-2025) ຂອງກະຊວງກະຊວງກະສິກໍາ ແລະ ປ່າໄມ້ ເພື່ອແນໃສ່ຈັດຕັ້ງວຽກງານກອງທຶນຫຼຸດຜ່ອນຄວາມທຸກຍາກ ໃຫ້ຖືກຕາມທິດນໍາຂອງຂັ້ນເທິງວາງອອກ. ໃນກອງປະຊຸມ ເບື້ອງຕົ້ນ ທ່ານປະທານ ໄດ້ເຜີຍແຜ່ກົດລະບຽບຂອງພັກປະຊາຊົນປະຕິວັດລາວສະບັບປັບປຸງໃໝ່ ໃຫ້ບັນດາ ສະມາຊິກພັກ ແລະ ສືບຕໍ່ເຜີຍແຜ່ເຊື່ອມຊຶມ ສາມ ເອກະສານທີ່ສໍາຄັນ ຊຶ່ງໄດ້ເນັ້ນໜັກຍົກເອົາຈຸດທີ່ສໍາຄັນ ແລະ ກ່ຽວຂ້ອງກັບການຈັດຕັ້ງປະຕິບັດວຽກງານຂອງ ທລຍ ໃຫ້ເອົາໃຈໃສ່ຜັນຂະຫຍາຍບັນດາເນື້ອໃນຈິດໃຈຂອງສາມເອກະສານດັ່ງກ່າວໃຫ້ເກີດຜົນເປັນຈິງ.

 

ໃນບັ້ນເຊື່ອມຊຶມເອກະສານ ຄັ້ງນີ້, ກອງປະຊຸມ ຍັງໄດ້ ເປີດໂອກາດໃຫ້ ບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ຂຶ້ນລາຍງານ ແລະ ສະເໜີທິດທາງວຽກງານຕໍ່ໜ້າ ໃນບັນດາໜ້າວຽກທີ່ຕົນເອງຮັບຜິດຊອບຢ່າງກົງໄປກົງມາ, ມີບັນຍາກາດຟົດຟື້ນ ເຊິ່ງໄດ້ສະເໜີໜ້າວຽກຈຸດສຸມ, ແຜນການເລັ່ງດ່ວນ ດ້ານການຕອບສະໜອງ ເຕັກນິກວິຊາການ, ສະໜອງງົບປະມານ ສໍາລັບການຈັດຕັ້ງປະຕິບັດວຽກຢູ່ພາກສະໜາມໃຫ້ທ່ວງທັນກັບແຜນການ ແລະ ວັນເວລາທີ່ກໍານົດໄວ້.