ກອງປະຊຸມເຜີຍແຜ່ເອກະສານ

Posting Date: 
29 Dec 2020

ກອງປະຊຸມເຜີຍແຜ່ເອກະສານ

ເພື່ອເປັນການເຊື່ອມຊືມຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃຫ້ແກ່ອ້າຍເອື້ອຍນ້ອງພະນັງງານຫຼັກແຫຼ່ງຂອງກົມພັດທະນາຊົນນະບົດ ແລະ ສະຫະກອນ ແລະ ພະນັກງານ ກອງທຶນຫຼຸດຜ່ອນຄວາມທຸກຍາກ ສູນກາງ. ສະນັ້ນ, ໃນວັນທີ 28 ທັນວາ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຮ່ວມກັບ ກົມພັດທະນາຊົນນະບົດ ແລະ ສະຫະກອນ, ກະຊວງກະຊິກໍາ ແລະ ປ່າໄມ້ ຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຕ່າງໆທີ່ສໍາຄັນຂຶ້ນ ທີ່ຫ້ອງປະຊຸມຂອງກົມພັດທະນາຊົນນະບົດ ແລະ ສະຫະກອນ ໂດຍການເປັນປະທານຮ່ວມຂອງທ່ານບຸນຈັນ ກົມບຸນຍະສິດ, ຮອງຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ, ເລຂາໜ່ວຍພັກຮາກຖານຂອງກົມພັດທະນາຊົນນະບົດ ແລະ ສະຫະກອນ ແລະ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ໂດຍ ການເຂົ້າຮ່ວມຮັບຟັງຂອງອ້າຍເອື້ອຍນ້ອງພະນັກງານກົມດັ່ງກ່າວ ແລະ ທລຍ ຈໍານວນ 50 ກວ່າທ່ານ.

ກອງປະຊຸມໄດ້ຮັບຟັງບັນລະຍາຍ ເຜີຍແຜ່ເຊື່ອມຊຶມເອກະສານວັນຊາດທີ 2 ທັນວາ ຄົບຮອບ 45 ປີ, ວັນຄ້າຍວັນເກີດ ປະທານໄກສອນ ພົມວິຫານ ຄົບຮອບ 100 ປີ, ມະຕິວ່າດ້ວຍການເພີ່ມທະວີ ການຊີ້ນໍາ ນໍາພາຂອງຄະນະພັກ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 19 ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ 2,ເອກະສານເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນເຂົ້າໃນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 19 ແລະ ສະພາປະຊາຊົນ ຂັ້ນແຂວງ ຊຸດທີ 2 ແລະ ເອກະສານການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ ຂັ້ນແຂວງ ຢ່າງມີເນື້ອໃນ ແລະ ມີຄວາມໝາຍສໍາຄັນ.

ຄະນະປະທານໄດ້ເນັ້ນໜັກໃຫ້ບັນດາຜູ້ເຂົ້າຮ່ວມ:                                       

1) 

ຮັບຮູ້ກ່ຽວກັບບົດບາດອິດທິພົນ ແລະ ການເສຍສະຫຼະຂອງທ່ານປະທ່ານ ໄກສອນ ພົມວິຫານ, ທ່ານ ປະທານ ສຸພານຸວົງ;

2) 

ຍາດແຍ່ງຈັດສັນເວລາໄປຢ້ຽມຢາມຫໍພິພິດຕະພັນປະທານໄປສອນ ພົມວິຫານ

3) 

ໃຫ້ພະນັກງານພັດທະນາຊົນນະບົດ ແລະ ສະຫະກອນ, ພະນັກງານ ທລຍ ເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນໃຫ້ເຕີບໃຫຍ່ຂະຫຍາຍຕົວຢູ່ຂັ້ນທ້ອງຖິ່ນຕາມທິດຊີ້ນໍາຂອງປະທານໄກສອນ ພົມວິຫານ

4) 

ນໍາເອົາບັນດາເອກະສານດັ່ງກ່າວນີ້ໄປເຜີຍແຜ່ສູ່ສັງຄົມ ກໍ່ຄືພໍ່ແມ່ປະຊາຊົນໃຫ້ເຊື່ອມຊືມ ແລະ ເຂົ້າໃຈໜັກແໜ້ນທ່ອງແທ້.