ກອງປະຊຸມ ປະສານງານ ວຽກງານເສີມສ້າງຄວາມເຂັ້ມແຂງ

Posting Date: 
28 Jun 2021

 

ກອງປະຊຸມ ປະສານງານ

 

ວຽກງານເສີມສ້າງຄວາມເຂັ້ມແຂງ

 

 

 

ໃນວັນທີ 25 ມີຖຸນາ 2021 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຈັດກອງປະຊຸມປະສານງານວຽກງານເສີມສ້າງຄວາມເຂັ້ມແຂງຂຶ້ນ ໂດຍການເປັນປະທານຂອງທ່ານ ປະສອນໄຊ ອິນສີສຽງໃໝ່, ຮັກສາການຜູ້ອໍານວຍການກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການເຂົ້າຮ່ວມຂອງທ່ານ ຮອງຜູ້ອໍານວຍການ ແລະ ບັນດາຫົວໜ້າຂະແໜງການທີ່ກ່ຽວຂ້ອງ.

 

ທີ່ກອງປະຊຸມໄດ້ມີການທວນຄືນ ການປະຕິບັດແຜນການສ້າງຄວາມເຂັ້ມແຂງໃນ 6 ເດືອນຕົ້ນປີ 2021 ຜ່ານມາ ແລະ ນໍາສະເໜີແຜນໄຕມາດທີ 3/2021 ໃນວຽກງານ ທລຍ,​ ປຶກສາຫາລື ການແຕ່ງຕັ້ງຜູ້ປະສານງານສ້າງຄວາມເຂັ້ມແຂງຈາກແຕ່ລະຂະແໜງການ ພ້ອມກໍານົດພາລະບົດບາດ ແລະ ໜ້າທີ່ຮັບຜິດຊອບ; ນໍາສະເໜີ ໂຕຊີ້ວັດທີ່ພົວພັນ ກັບວຽກງານເສີມສ້າງຄວາມເຂັ້ມແຂງ, ການເກັບກໍາ, ສັງລວມ ແລະ ຄຸ້ມຄອງຂໍ້ມູນ ຂອງວຽກງານເສີມສ້າງຄວາມເຂັ້ມ ແຂງ; ປຶກສາຫາລື ກ່ຽວກັບ ແບບຟອມປະເມີນຜົນການເສີມສ້າງຄວາມເຂັ້ມແຂງໃນດ້ານຕ່າງໆ; ປຶກສາຫາລື ການເຂົ້າຮ່ວມກິດຈະກໍາຕ່າງໆກັບອົງການປົກຄອງທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງ ຂັ້ນເມືອງ; ແຜນການ ໃນຕໍ່ໜ້າຂອງຄະນະປະສານງານວຽກງານສ້າງຄວາມເຂັ້ມແຂງ.