ການຈັດຕັ້ງປະຕິບັດໂຄງການ ລົງທຶນຂອງລັດ ໃນຂອບກອງທຶນຫຼຸດຜ່ອນຄວາມທຸກຍາກ ປີ 2019

Posting Date: 
28 Jan 2019

ການຈັດຕັ້ງປະຕິບັດໂຄງການ ລົງທຶນຂອງລັດ ໃນຂອບກອງທຶນຫຼຸດຜ່ອນຄວາມທຸກຍາກ ປີ 2019

 

ປະຈຸບັນນີ້ ສະພາແຫ່ງຊາດ, ລັດຖະບານ ກໍຄືຜູ້ໃຫ້ທຶນ ໄດ້ຕົກລົງອະນຸມັດ ການລົງທຶນຂອງລັດຜ່ານ ທລຍ ໃນປີ 2019 ຈໍານວນປະມານ 126 ຕື້ກີບ ໃນນີ້ມີທຶນສົມທົບຂອງລັດຖະບານ 11 ຕື້ກີບ ນອກຈາກນັ້ນແມ່ນທຶນຊ່ວຍເຫຼືອລ້າ ແລະ ກູ້ຢືມ. ການລົງທຶນດັ່ງກ່າວຮັບໃຊ້ໃຫ້ແກ່ການປັບປຸງ ພື້ນຖານໂຄງລ່າງຂະໜາດນ້ອຍທີ່ຈຳເປັນ ຈໍານວນ 455 ໂຄງການ ຂອງ 408 ບ້ານ ເຂດຊົນນະບົດຫ່າງໄກສອກຫຼີກ  ທີ່ນອນໃນ 263 ກຸ່ມບ້ານຂອງ 43 ເມືອງຢູ່ 10 ແຂວງເປົ້າໝາຍ.

ລັກສະນະຂອງການຈັດຕັ້ງປະຕິບັດ ແມ່ນ:

1.      ຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ເປັນຜູ້ຊ່ວຍເຫຼືອທາງດ້ານວິຊາການ ໃຫ້ແກ່ບ້ານ ແລະ ກຸ່ມບ້ານ ໃນການຈັດຕັ້ງປະຕິບັດ ບັນດາໂຄງການຕ່າງໆ ;

2.     ຊາວບ້ານ ບ້ານທີ່ໄດ້ຮັບໂຄງການ ເປັນເຈົ້າການໃນການຈັດຕັ້ງປະຕິບັດໂຄງການຕົວຈິງ ບົນພື້ນຖານຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ;

3.      ພະນັກງານ ທລຍ ແຂວງ ແລະ ເມືອງ ເປັນໃຈກາງ ໃນການປະສານງານ ຊຸກຍູ້ຕິດຕາມຊ່ວຍເຫຼືອທາງດ້ານວິຊາການ ຂອງພາກສ່ວນທີ່ກ່ຽວຂ້ອງ ໃຫ້ບ້ານ ແລະ ເອື້ອອໍານວຍທາງດ້ານບໍລິຫານ ໃຫ້ຮາກຖານຊຸມຊົນ ຕາມຈິດໃຈ 3 ສ້າງ ກໍ່ຄືຫຼັກການ ການພັດທະນາທີ່ຊັບເຂື່ອນໂດຍຊຸມຊົນເອງ ຫຼື CDD ຂອງທລຍ  ຫ້າມບໍ່ໃຫ້ເຮັດຕາງ ຫຼື ລ່ວງລະເມີດສິດເປັນເຈົ້າຂອງຮາກຖານຊຸມຊົນຕາມທີ່ໄດ້ລະບຸໄວ້.

 ສະຫຼຸບແລ້ວ ວິທີການການຈັດຕັ້ງປະຕິບັດໂຄງການ ຂອງ ທລຍ ແມ່ນການສົ່ງເສີມຄວາມເປັນເຈົ້າການ ແລະ ສ້າງຄວາມເຂັ້ມແຂງໃຫ້ຮາກ ຖານຊຸມຊົນ ເປັນຕົ້ນຕໍ ໂດຍສະເພາະແມ່ນ ອັນໃດຊຸມຊົນເຮັດໄດ້ເອງ ແມ່ນມອບໃຫ້ຊຸມຊົນເປັນຜູ້ເຮັດ, ອັນໃດ ທີ່ຊຸມຊົນບໍ່ສາມາດເຮັດເອງໄດ້ກໍ່ມອບ ໃຫ້ຊຸມຊົນເປັນຜູ້ປຶກສາຫາລື ເປັນເອກະພາບກັນວ່າ ຈະຮ່ວມກັນເຮັດກັບຜູ້ຮັບເໝົາ ຫຼື ຈະວ່າຈ້າງຜູ້ຮັບເໝົາຂາດຕົວ; ບໍ່ວ່າຈະແມ່ນໃນກໍລະ ນີໃດກໍ່ຕາມ, ແມ່ນຮາກຖານຊຸມຊົນເປັນຜູ້ຕັດສິນໃຈເອງ ລວມທັງການຄັດເລືອກເອົາຜູ້ຮັບເໝົາຕາມລະບຽບຫຼັກການທີ່ໄດ້ວາງອອກ

 

ຂັ້ນຕອນ ຕໍ່ຈາກນີ້ໄປ ແມ່ນການຈັດຊື້-ຈັດຈ້າງ ແລະ ໃຫ້ສໍາເລັດໃນເດືອນກຸມພາ ສ່ວນການກໍ່ສ້າງຄວນເລີ່ມ ກ່ອນວັນທີ 1 ມີນາ 2019 ເພາະໃຫ້ການກໍ່ ສ້າງໂຄງການ ສໍາເລັດກ່ອນລະດູຝົນທີ່ຈະມາຮອດນີ້.