ການນໍາໃຊ້ວິທີການສື່ສານແບບອອນລາຍ ກາຍເປັນການເຮັດວຽກວິທີໜຶ່ງ ຂອງ ທລຍ

Posting Date: 
21 May 2020

 

ການນໍາໃຊ້ວິທີການສື່ສານແບບອອນລາຍ ກາຍເປັນການເຮັດວຽກວິທີໜຶ່ງ ຂອງ ທລຍ

 

 

ໂດຍສືບຕໍ່ຜັນຂະຫຍາຍ ທິດຊີ້ນໍາຂອງພັກ-ລັດ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດ COVID 19. ສະນັ້ນ, ໃນວັນທີ 19-20 ພືດສະພາ 2020. ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ຂັ້ນສູນກາງ ໄດ້ຈັດກອງປະຊຸມ ຜ່ານລະບົບອອນລາຍ ເພື່ອແນະນໍາໂຄງການທຶນເພີ່ມຕື່ມ ທລຍ ໄລຍະທີ 3 ໃຫ້ແກ່ 2 ແຂວງຄື: ແຂວງຜົ້ງສາລີ ແລະ ຫົວພັນ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 48 ທ່ານ, ຍິງ 11 ທ່ານ ໃນນັ້ນມາຈາກພະແນກກະສິກຳ ແລະ ປ່າໄມ້, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ແລະ ພະນັກງານໂຄງການ ຂອງແຂວງຜົ້ງສາລີ ແລະ ແຂວງຫົວພັນ.  ໃນກອງປະຊຸມ ທ່ານ ຈິດ ທະວີໃສ ຜູ້ອໍານວຍການ ທລຍ  ໃນນາມປະທານກອງປະຊຸມ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈເປັນເອກະພາບໃຫ້ແກ່ພະນັກງານ ທລຍ ຂັ້ນແຂວງ ແລະ ເມືອງໝົດທຸກຄົນ ກໍາໄດ້ນະໂຍບາຍ, ລະບຽບຫຼັກການ, ກິດຈະກໍາ ແລະ ວິທີຈັດຕັ້ງປະຕິບັດຂອງໂຄງການ ກ່ອນທີ່ຈະລົງເລີ່ມຈັດຕັ້ງປະຕິບັດໂຄງການຕົວຈິງຢູ່ຂັ້ນທ້ອງຖິ່ນ ໃນໄລຍະອັນໃກ້ນີ້.

 

  ຜ່ານການດຳເນີນກອງປະຊຸມ ແບບລະບົບອອນລາຍ ເຫັນວ່າຜູ້ເຂົ້າຮ່ວມໄດ້ມີສ່ວນຮ່ວມໃນການປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນ ຄ້າຍໆຄືກັບການຈັດກອງປະຊຸມແບບເຊິ່ງໜ້າ. ສະນັ້ນ, ໃນຕໍ່ໜ້າ ທລຍ ຫັນເອົາ ການຈັດກອງປະຊຸມ ແລະ ຝຶກອົບຮົມ ຜ່ານລະບົບອອນລາຍ ໃຫ້ຫຼາຍກວ່າເກົ່າ, ໝາຍຄວາມວ່າ ຈະຫຼຸດຜ່ອນການຈັດກອງປະຊຸມແບບເຊິ່ງໜ້າລົງ ທັງນີ້ເພື່ອເປັນການປະຢັດງົບປະມານບ້ວງບໍລິຫານ ແລະ ນໍາເອົາງົບປະມານເຫຼົ່ານັ້ນ ໄປຊ່ອຍຜູ້ທຸກຍາກ ໃຫ້ໄດ້ຫຼາຍກວ່າເກົ່າຕື່ມ.