ທລຍ ເປັນສ່ວນໜຶ່ງໃນການສະໜັບສະໜູນແລະອໍານວຍຄວາມສະດວກໃນການໄປມາຫາສູ່ໃຫ້ແກ່ຊຸມຊົນ

Posting Date: 
30 Apr 2020

ທລຍ ເປັນສ່ວນໜຶ່ງໃນການສະໜັບສະໜູນແລະອໍານວຍຄວາມສະດວກໃນການໄປມາຫາສູ່ໃຫ້ແກ່ຊຸມຊົນ

              ເມືອງອາດສະພອນ ເປັນເມືອງ ເປົ້າໝາຍໜຶ່ງ ທີ່ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ການຊ່ວຍເຫຼືອ ໃນປີ 2016 ເປັນຕົ້ນມາ ແລະໄດ້ນໍາໃຊ້ງົບປະມານ ຫຼາຍກວ່າ 4 ຕື້ກວ່າກີບ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງທີ່ຂື້ນກັບຂະແໜງການ  ຍທຂ ເຊັ່ນ​:

-       ກໍ່ສ້າງຫຼືສ້ອມແປງເສັ້ນທາງ ຈໍານວນ  10  ເສັ້ນ, ກໍ່ສ້າງ ຂົວເບຕົງ, ຂົວໄມ້ ແລະ ຂົວຈົມ  3  ແຫ່ງ , ການວາງທໍ່ລອດທາງເພື່ອເຮັດໃຫ້ ເສັ້ນທາງສາມາດນໍາໃຊ້ໄດ້ຢ່າງສະດວກສະບາຍ ທັງ 2 ລະດູການໄດ້ 3 ແຫ່ງ.

          ສໍາລັບການປະກອບສ່ວນຂອງຊຸມຊົນ ນອກຈາກປະກອບສ່ວນໃນເວລາມີການກໍ່ສ້າງແລ້ວ   ແມ່ນໄດ້ມີການສ້າງກອງທຶນບົວລະບັດຮັກສາທາງ ໂດຍເກັບເງິນ ເດືອນລະ 2,000-5,000ກີບຕໍ່ຄອບຄົວ. 

         ການກໍ່ສ້າງຂົວ   ສ້ອມແປງເສັ້ນທາງ  ກໍແມ່ນ ບຸລິມະສິດໜື່ງທີ່ສໍາຄັນ ເຊິ່ງໄດ້ບັນຈຸໃນແຜນພັດທະນາກຸ່ມບ້ານ ຂອງແຕ່ລະກຸ່ມ ພາຍໃນ 9 ກຸ່ມເປົ້າໝາຍ ຂອງ ທລຍ ໃນເມືອງດັ່ງກ່າວ  ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນໄດ້ ເຂົ້າເຖິງການບໍລິການ  ເຮັດໃຫ້ການໄປມາສະດວກສະບາຍຂຶ້ນ  ເປັນຕົ້ນແມ່ນ  ການໄປມາຄ້າຂາຍ ຜົນຜະລິດ  ກໍຄືການຄ້າຂາຍ ທົ່ວໄປ ເປັນແຫຼ່ງລາຍຮັບເຮັດໃຫ້ ເສດຖະກິດດີຂື້ນ ຊຸມຊົນມີລາຍຮັບ ແກ້ໄຂຊີວິດການເປັນຢູ່ ນໍາພາຄອບ ຄົວຫຼຸດພົ້ນອອກຈາກຄວາມທຸກຍາກ  ແລະ ຫຼາຍບ້ານກາຍເປັນບ້ານພັດທະນາ.