ທົບທວນຄືນວຽກກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ຂອງ 12 ເມືອງ 4 ແຂວງພາກເໜືອ

Posting Date: 
02 Jul 2021

 

ທົບທວນຄືນວຽກກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ຂອງ 12 ເມືອງ 4 ແຂວງພາກເໜືອ

 

ໃນວັນທີ 1 ກໍລະກົດ 2020 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າ ໄມ້, ຂະແໜງກະສິກໍາ ແລະ ປັບປຸງຊີວິດການເປັນຢູ່ ທລຍ ໄດ້ຈັດກອງປະຊຸມທາງໄກ ຮ່ວມກັບຫົວໜ້າທິມງານຂອງ 12 ເມືອງ ແລະ ຜູ້ຊ່ວຍຜູ້ປະສານງານ ທລຍ 4 ແຂວງພາກເໜືອ (ຜົ້ງສາລີ, ຊຽງຂວາງ, ຫົວພັນ ແລະ ອຸດົມໄຊ).

 

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງວາງແຜນວຽກ 6 ເດືອນທ້າຍປີ 2021 ໃນການຈັດຕັ້ງປະຕິບັດວຽກງານຢູ່ 12 ເມືອງ ໃນ 231 ບ້ານເປົ້າໝາຍ.

 

ທີ່ປະຊຸມ ບັນດາຫົວໜ້າທິມຂອງແຕ່ລະເມືອງ ໄດ້ລາຍງານຜົນຂອງການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ພ້ອມທັງຍົກບັນຫາຈຸດດີ ຈຸດອ່ອນ ຂໍ້ຄົງຄ້າງ ພ້ອມທັງສະເໜີບາງບັນຫາທີ່ແຕ່ລະເມືອງພົບພໍ້ ເພື່ອແກ້ໄຂຮ່ວມກັນ ແລະ ວາງແຜນວຽກທີ່ຕົນເອງຮັບຜິດຊອບໃນ 6 ເດືອນທ້າຍປີ ໃຫ້ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.