ນໍ້າໃຈອະດີດນັກຮຽນອຸດົມວັງເຮືອ ເພື່ອຜູ້ປະສົບໄພນໍ້າຖ້ວມ ເມືອງວຽງໄຊ

Posting Date: 
15 Aug 2019

ນໍ້າໃຈອະດີດນັກຮຽນອຸດົມວັງເຮືອ ເພື່ອຜູ້ປະສົບໄພນໍ້າຖ້ວມ ເມືອງວຽງໄຊ

ໃນວັນທີ 15 ສິງຫາ 2019 ອະດີດນັກຮຽນອຸດົມ ບ້ານວັງເຮືອ, ເມືອງວຽງໄຊ, ແຂວງຫົວພັນ ນໍາໂດຍ ທ່ານ ອໍາພອນ ສໍອິງໄຊ, ກົມຊົນລະປະທານ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ມອບເຄື່ອງຊ່ວຍເຫຼືອ ໂດຍຜ່ານກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) ໃຫ້ກຽດຮັບເຄື່ອງດັ່ງກ່າວໂດຍຄະນະອໍານວຍການ ທລຍຈາກນັ້ນຈະໄດ້ນໍາເຄື່ອງຊ່ວຍເຫຼືອດັ່ງກ່າວ ໄປມອບຕໍ່ໃຫ້ປະຊາຊົນບ້ານ ທີ່ຖືກຜົນກະທົບໄພນໍ້າຖ້ວມ ຢູ່ບ້ານ ຫິນດໍາ, ກຸ່ມບ້ານນໍ້າງາ, ເມືອງວຽງໄຊ, ແຂວງຫົວພັນ ໂດຍມີ 2 ຫຼັງຄາເຮືອນ ຖືກກະແສນໍ້າທີ່ໄຫຼພັດ ຈົນເຮັດໃຫ້ມີຜູ້ສູນຫາຍ 7 ຄົນ (ຍິງ 3 ຄົນ) ແລະ ມີຜູ້ບາດເຈັບ 7 ຄົນ ໃນຄັ້ງວັນທີ 3 ສິງຫາ 2019 ຜ່ານມາ. ຖ້າພາກສ່ວນໃດມີຄວາມຕ້ອງການບໍລິຈາກເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້ ແມ່ນສາມາດບໍລິຈາກຜ່ານ ທລຍ ກໍໄດ້ ຊຶ່ງຫ້ອງການຕັ້ງຢູ່ສໍານັກງານນາຍົກລັດຖະມົນຕີ.

ໂທ: 021 261479-80