ຜູ້ປະສານງານກຸ່ມບ້ານ ເພດຍິງທີ່ມີຄວາມກ້າວໜ້າ ແລະ ເຂັ້ມແຂງ

Posting Date: 
16 Sep 2019

ຜູ້ປະສານງານກຸ່ມບ້ານ ເພດຍິງທີ່ມີຄວາມກ້າວໜ້າ ແລະ ເຂັ້ມແຂງ

 

          ບ້ານສະບອງກົກໄຮ, ກຸ່ມປະໂສມ ເມືອງຕະໂອ້ຍ ແຂວງສາລະວັນ ເປັນບ້ານຫ່າງໄກສອກຫຼິກ ໃນປີ 2005 ເສັ້ນທາງໄປມາຫາສູ່ກັນແມ່ນມີຄວາມຫຍຸ້ງຍາກ ແລະ ຖືກຕັດຂາດໃນລະດູຝົນ. ນອກນັ້ນ, ການເຂົ້າເຖິງພື້ນຖານໂຄງລ່າງທີ່ສຳຄັນ  ດ້ານການສືກສາ, ສາທາລະນະສຸກ, ການຄົມມະນາຄົມແມ່ນມີຄວາມທຸກຍາກລຳບາກຫຼາຍທີ່ສຸດ. ຍ້ອນແນວນັ້ນ, ບ້ານ ສະບອງກົກໄຮ ກຸ່ມປະໂສມ ຈຶ່ງເປັນກຸ່ມເປົ້າໜາຍທີ່ຖຶກຕ້ອງຕາມເງື່ອນໄຂຂອງໂຄງການທີ່ ທລຍ ຈະໃຫ້ການຊວ່ຍເຫຼືອ. ກຸ່ມບ້ານດັງກ່າວມີທັງໜົດ 10 ບ້ານ ແລະ ໜຶ່ງໃນນັ້ນກໍ່ແມ່ນບ້ານສະບອງກົກໄຮ ເຊີ່ງເປັນບ້ານທີ່ ທ່ານ ນາງ ບຸນມີ ອາໃສຢູ່, ຊຶ່ງນັບແຕ່ປີ 2005 ເປັນຕົ້ນມາ ລາວໄດ້ ຖຶກຄັດເລືອກ ແລະ ມອບໝາຍຈາກຊຸມຊົນໃຫ້ເປັນຜູ້ປະສານງານ ກຸ່ມບ້ານ ແມ່ຍິງ ທີ່ເຮັດວຽກຮ່ວມກັບ ທລຍ. ການຈັດຕັ້ງປະຕິບັດວຽກງານຮ່ວມກັບ ທລຍ ຜ່ານມາ ຂອງ ທ່ານ ນາງ ບຸນມີ ເຫັນວ່າ ເປັນຜູ້ໜຶ່ງ ທີ່ມີຄວາມສາມາດພິເສດໃນການຊັກຈູງຊຸມຊົນມີສວ່ນຮວ່ມ, ເປັນເຈົ້າການໃນການຈັດຕັ້ງປະຕິບັດໂຄງການ ນັບຕັ້ງແຕ່ມີສວ່ນຮວ່ມໃນການວາງແຜນພັດທະນາ ບ້ານ, ວາງແຜນພັດທະນາຂັ້ນກຸ່ມບ້ານ ແລະ ເຂົ້າຮ່ວມ ປອ້ງກັນເອົາໂຄງການຍ່ອຍໄປຊ່ວຍປະຊາຊົນໃນກຸ່ມບ້ານຂອງຕົນ ຢູ່ ກອງປະຊຸມ ປະສານງານການວາງແຜນຂັ້ນເມືອງທຸກໆປີ. ນອກນັ້ນຍັງໄດ້ປຸກລະດົມໃຫ້ຊຸມຊົນເປັນເຈົ້າການ ມີສ່ວນຮວ່ມໃນການຈັດຕັ້ງປະຕິບັດ, ປົກຮັກສາ ຄຸ້ມຄອງນໍາໃຊ້ໂຄງການຍ່ອຍຕ່າງໆ ທີ່ບັນດາບ້ານພາຍໃນກຸ່ມບ້ານຂອງລາວໄດ້ຮັບການຊ່ວຍເຫຼືອ ມີຄວາມຍືນຍົງ ນໍາໃຊ້ໄດ້ຍາວນານ ມີຫຼາຍໂຄງການຍ່ອຍຍັງສາມາດນໍາໃຊ້ໄດ້ປົກກະຕິ.

 

ຄວາມກ້າຫານ ແລະ ຄວາມສາມາດອີກອັນໜຶ່ງ ທີ່ສົມຄວນເອົາເປັນບົດຮຽນແມ່ນ ໃນເວທີກອງປະຊຸມຢູ່ຂັ້ນຕ່າງໆ ທ່ານ ນາງ ບຸນມີ ຍັງໄດ້ປະກອບຄຳຄິດຄຳເຫັນເພື່ອຄັດເລືອກເອົາໂຄງການຕ່າງໆສ້າງເປັນແຜນພັດທະນາຂອງບ້ານຮ່ວມກັບກຸ່ມແມ່ຍິງພາຍໃນບ້ານ ເພື່ອໃຫ້ສອດຄ່ອງກັບຄວາມຕ້ອງການຂອງຊຸມຊົນ ດ້ານການພັດທະນາບ້ານ ແລະ ກຸ່ມບ້ານຂອງຕົນໄດ້ເປັນຢ່າງດີ. ກອ່ນ ລາວ ຈະກາຍມາເປັນ ຜູ້ປະສານງານທີ່ມີຄວາມກ້າວໜ້າ ແລະ ເຂັ້ມແຂງໄດ້ ກໍ່ຍ້ອນວ່າ ໃນ ໄລຍະຜ່ານມາໄດ້ຮັບການຝືກອົບຮົມຈາກ ທລຍ ຫຼາຍດ້ານເຊັນ: ການເກັບກໍາຂໍ້ມູນ ແລະ ການວາງພັດທະນາບ້ານ,  ການຄຸ້ມຄອງບໍລິຫານ-ການເງິນຂັ້ນຊຸມຊົນ, ບົດບາດຍິງ-ຊາຍ ກ່ຽວກັບ ການເປັນຜູ້ນໍາ ແລະ ການປຸກລະດົມຊຸມຊົນ, ການປ້ອງກັນຜົນກະທົບທາງສັງຄົມ ແລະ ການຕິດຕາມປະເມິນຜົນການຈັດຕັ້ງປະຕິບັດໂຄງການຍ່ອຍ ແລະ ອື່ນໆ, ຍ້ອນວ່າ ນາງ ບຸນມີ ເປັນຄົນຊົນເຜົ່າຕະໂອ້ຍ ເບື້ອງຕົ້ນ ຄວາມຮັບຮູ້ດ້ານພາສາປາກເວົ້າ ການຂຽນໜັງສືກະບໍ່ທັນຄອ່ງແຄ້ວ ລາວທັງຮຽນ ທັງເຮັດວຽກໄປຄຽງຄູ່ກັບເພື່ອຮ່ວມງານທີ່ເປັນຜູ້ຊາຍ ປຶກສາຫາລື ຊອກຮູ້ຮໍ່າຮຽນກັບ ພະນັກງານ ທລຍ ແລະ ຜູ້ອຶ່ນໆ  ຈຶ່ງເຮັດໃຫ້ລາວມີຄວາມເຂົ້າໃຈ ແລະ ເຂັ້ມແຂງຂຶ້ນ ບໍ່ວ່າຈະເປັນການເວົ້າຈາທີ່ເປັນເອກະລັກຂອງຊົນເຜົ່າຕະໂອ້ຍ ຄວາມຮູ້ຄວາມສາມາດໃນການຈົດບັນທືກ, ການຄິດໄລ່ການຄຸ້ມຄອງບໍລິຫານງົບປະມານຂອງກຸ່ມບ້ານ ລາວກໍ່ສາມາດເຮັດໄດ້ດີ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກທິມງານດ້ວຍກັນ ແລະ ຈາກຊຸມຊົນໃນກຸ່ມບ້ານຂອງຕົນເອງ, ມາຮອດ ທລຍ 2 ລາວກໍ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຊຸມຊົນ ອຳນາດການປົກຄອງທອ້ງຖິ່ນ ພາຍໃນກຸ່ມບ້ານ ໃນຈຳນວນ 10 ບ້ານ ທີ່ຂຶ້ນກັບກຸ່ມປະໂສມ ໄດ້ຄັດເລືອກເອົາລາວໃຫ້ເປັນຜູ້ປະສານງານກຸ່ມບ້ານຕື່ມອີກ. ຊຶ່ງການຄັດເລືອກແມ່ນໃຊ້ວິທີປອ່ນແກ່ນສາລີ ແລະ ລາວກໍ່ໄດ້ຄະແນນທີໜຶ່ງ ສໍາລັບຜູ້ປະສານງານຜູ້ທີ່ເປັນແມ່ຍິງ. ສໍາລັບຄວາມຮັບຜິດຊອບແມ່ນມີພາລະບົດບາດປະສານງານກັບຜູ້ຊີ້ນໍາຂັ້ນກຸ່ມບ້ານ,  ທລຍ ຂັ້ນເມືອງ, ທລຍ ຂັ້ນແຂວງເພື່ອອໍານວຍຄວາມສະດວກໃນການຈັດປະຕິບັດໂຄງການຍອ່ຍ ແລະ ວຽກງານພາຍໃນກຸ່ມບ້ານ ເປັນຕົ້ນ ລາຍງານການເຄື່ອນໄຫວ ວຽກງານຂອງ ທລຍ ໃຫ້ກັບ 5 ຂະແໜງການຂອງລັດທີ່ກ່ຽວຂ້ອງຂັ້ນເມືອງ ເພື່ອຮັບຮູ້ ແລະ ເອົາເຂົ້າໃນບົດລາຍງານ ພັດທະນາເສດຖະກິດ-ສັງຄົມເມືອງຕຶ່ມອີກຊຶ່ງເຮັດໃຫ້ຂະບວນການຂອງ ທລຍ ຢູ່ພາຍໃນກຸ່ມບ້ານທີ່ລາວຮັບຜິດຊອບມີປະສິດທິຜົນ ແລະ ມີຜົນສໍາເລັດສູງຂື້ນເທື່ອລະກ້າວ.  

 

 

ຜົນງານທີ່ພົ້ນເດັ່ນ ຂອງ ນາງ ບຸນມີ ໃນໄລຍະຜ່ານມາ ສາມາດຍາດແຍ່ງໄດ້ຫຼາຍໂຄງການຍ່ອຍມາພັດທະນາບ້ານ ແລະ ກຸ່ມບ້ານ ເປັນຕົ້ນແມ່ນ ໂຄງການນໍ້າລີນ,  ປັບປຸງ ແລະ ກໍ່ສ້າງເສັ້ນທາງ, ຂົວເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານພາຍໃນກຸ່ມ, ປຸກລະດົມໃຫ້ປະຊາຊົນ ເຮັດການຜະລິດ ໂດຍສະເພາະ ການລ້ຽງງົວຢູ່ບ້ານ ສັນຍາຢ່ອນ ທີ່ໄດ້ຮັບທຶນຈາກ ທລຍ ແຕ່ ທລຍ 1 ຈົນມາເຖິງປະຈຸບັນ ກໍ່ຍັງສືບຕໍ່ ຂະຫຍາຍຕົວດີ ຊຶ່ງເລິ້ມຈາກການສະໜອງພໍ່ພັນແມ່ນພັນງົວຈໍານວນ 9 ໂຕ ປະຈຸບັນມີງົວທັງໝົດ 52 ໂຕ ແລະ ຍັງຈະຂະຫຽາຍຕົວຕໍ່ໄປຕຶ່ມອີກ ຊຶ່ງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບ້ານດັ່ງກ່າວໄດ້ຮັບການປັບປຸງດີຂຶ້ນ.  ຍ້ອນຜົນງານ ດັ່ງກ່າວ ລາວ ຈຶ່ງຖຶກຄັດເລືອກ ໃຫ້ເປັນຜູ້ປະສານງານກຸ່ມບ້ານສືບຕໍ່ຈົນມາຮອດປະຈຸບັນ.

 

Excellent and strength Kumban Female Facilitator

 

Sabongkorkhai village of Kumban Pasom at Ta Oy district in Saravan Province. It located in remote area, since 2005 it is difficult accessing to the village especially in raining season for instance the schools, dispensaries and transportation. That’s why the village condition is consistent of PRF targeted. There are 10 village of Kumban Pasom and one of the village that is Mrs Bounmy residence. She was selected to be Kumban facilitator and worked with PRF since 2005, she has talent to draw the community participation and also support the community driven sub-project implementation by themselves such as village development planning, Kumban   development planning and every year presented Kumban priorities at district planning and cooperation meeting. In addition, she mobilized the community has ownership in sub-project implementation including protection and management in gracious form and sustainability.

Beside that the brave and talent of her to follow is that at the meeting levels she presented her opinion to select the village’s priorities jointed with female group in order to set up village development plan in line with community need attractively. Before she became outstanding facilitator, she got trainings from PRF several titles such as data collection, village development plan, community finance and management, gender equipment, leadership, social safe guard, sub-project implementation evaluation and so on.

She is Ta Oy ethnic person initially in the former time speaking and writing Lao language is not fluently. She worked and learned with her colleagues and PRF staffs at the same time it made her deeply understand and got experiences such as meeting noted, Kumban budget management.

As her achievement, she was trusted in community of 10 villages at Kumban Pasom and then PRF II she was selected to be facilitator more by corn seed counting. However, her roleis response to cooperate with Kumban leaders, district and provincial PRF staffs in order to provide the report of sub-project implementation progress to concerned sectors.

 

The most outstanding achievement of Mrs Bounmy in the past, she drawn many sub-projects in her village development such as construction of Gravity fed water system, road access, and bridge. Beside that she mobilized the community to do animal raising particularly cow raising  at Sanyayone village, which supported PRF I that provided 9 cow breeds and up to now, raise to 52 cows. These things made the community getting better lives and she is promoted to be Kumban facilitator up to present time.