ຜູ້ໃຫ້ທຶນ (WB ແລະ SDC)ລົງກວດກາວຽກ ທລຍ ຢູ່ບ້ານກະເລງ

Posting Date: 
04 Nov 2019

ຜູ້ໃຫ້ທຶນ (WB ແລະ SDC)ລົງກວດກາວຽກ ທລຍ ຢູ່ບ້ານກະເລງ

 

ໃນວັນທີ 4 ພະຈິກ 2019 ຜູ້ຮັບຜິດຊອບວຽກງານ ທລຍ ຈາກທະນາຄານໂລກ(WB) ນໍາໂດຍທ່ານ Erick Caldwell Johnson

 

ແລະ ອົງການພັດທະນາ ແລະ ການຮ່ວມມືຂອງປະເທດສະວິດເຊີແລນ(SDC) ນໍາໂດຍທ່ານ ນາງ Michal Harari  ໄດ້ລົງຢ້ຽມຢາມ

 

ໂຄງການກໍ່ສ້າງຊົນລະປະທານຂະໜາດນ້ອຍ ຢູ່ບ້ານກະເລງ, ເມືອງສະໝ້ວຍ, ແຂວງສາລະວັນ ທີ່ເຮັດໂດຍຊຸມຊົນເອງນັ້ນ ເຂົາເຈົ້າເຫັນ

 

ວ່າ ເປັນການສ້າງວຽກເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ຄອບຄົວຜູ້ທີ່ທຸກຍາກທີ່ສຸດຈໍານວນ 27 ຄອບຄົວ ມີລາຍຮັບ 6 ແສນກວ່າກີບຕໍ່

 

ຄອບຄົວ. ນອກຈາກນັ້ນ ການກໍ່ສ້າງກໍມີຄຸນນະພາບສູງ, ລາຄາກໍ່ຕໍ່າກວ່າ ຖ້າທຽບໃສ່ວ່າຈ້າງຜູ້ຮັບເໝົາ ສໍາລັບໂຄງການນີ້ ເຂົາເຈົ້າສາມາດ

 

ປະຢັດເງິນໄດ້ເຖິງ 34 ລ້ານກວ່າກີບ. ສິ່ງສໍາຄັນ ຊຸມຊົນມີຄວາມສາມັກຄີ ແລະ ມີຄວາມພາກພູມໃຈ ທີ່ເຂົາເຈົ້າໄດ້ເຮັດເອງ ແລະ

 

ເຂົາເຈົ້າຈະພ້ອມກັນປົກປັກຮັກສາສິ່ງກໍ່ສ້າງໃຫ້ສາມາດນໍາໃຊ້ໄດ້ຕະຫຼອດໄປ.