ຜູ້ໃຫ້ທຶນ (WB ແລະ SDC) ສຶບຕໍ່ລົງກວດກາວຽກ ທລຍ ຢູ່ບ້ານນາກະເຈີມ

Posting Date: 
05 Nov 2019

 

ຜູ້ໃຫ້ທຶນ (WB ແລະ SDC) ສຶບຕໍ່ລົງກວດກາວຽກ ທລຍ ຢູ່ບ້ານນາກະເຈີມ

 

ໃນວັນທີ 5 ພະຈິກ 2019, ທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ພ້ອມດ້ວຍຄະນະ ໄດ້ນໍາພາ ຜູ້ຮັບຜິດຊອບ

 

ວຽກງານ ທລຍ ຈາກທະນາຄານໂລກ(WB) ນໍາໂດຍທ່ານ Erick Caldwell Johnson ແລະ ອົງການພັດທະນາ ແລະ ການ

 

ຮ່ວມມືຂອງປະເທດສະວິດເຊີແລນ(SDC) ນໍາໂດຍທ່ານ ນາງ Michal Harari ໄດ້ສຶບຕໍ່ກວດກາການກໍ່ສ້າງໂຄງການຍ່ອຍ

 

 

ແລະ ໄດ້ລົງຢ້ຽມຢາມໂຄງການກໍ່ສ້າງທາງບ້ານນາກະເຈີມ, ກຸ່ມຕຸ້ມລານ, ເມືອງຕຸ້ມລານ, ແຂວງສາລະວັນ ທີ່ເຮັດໂດຍຊຸມຊົນ

 

ເອງໂຄງການກໍ່ສ້າງທາງດັ່ງກ່າວມີຄວາມຍາວ 573 ແມັດ ທີ່ປູດ້ວຍຫີນ ມູນຄ່າໃນການກໍ່ສ້າງທັງໝົດ 126 ລ້ານກວ່າກີບ ໃນ

 

ນັ້ນ ໄດ້ນໍາໃຊ້ເວລາໃນການກໍ່ສ້າງ 51 ວັນ ຊຶ່ງເລີ່ມກໍ່ສ້າງໃນວັນທີ 9 ເມສາ 2019 ແລະ ສໍາເລັດໃນວັນທີ 29 ພຶດສະພາ 2019.

 

ທາງຜູ້ໃຫ້ທຶນເຫັນວ່າ ເປັນການສ້າງວຽກເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ຄອບຄົວຜູ້ທີ່ທຸກຍາກທີ່ສຸດຈໍານວນ 15 ຄອບຄົວ ມີ

 

ລາຍຮັບ 7 ແສນກວ່າກີບຕໍ່ຄອບຄົວ. ນອກນັ້ນ ໄດ້ສ້າງນາຍຊ່າງຊຸມຊົນ 2 ຄົນ ຊຶ່ງເຂົາເຈົ້າໄດ້ໄປຝຶກອົບຮົມເຕັກນິກການກໍ່ສ້າງ

 

ຢູ່ໂຮງຮຽນວິຊາຊີບແຂວງສາລະວັນ. ໂຄງການດັ່ງກ່າວນີ້ ລາຄາກໍ່ຕໍ່າກວ່າ ຖ້າທຽບໃສ່ວ່າຈ້າງຜູ້ຮັບເໝົາ ມູນຄ່າການກໍ່ສ້າງຈະສູງ

 

ເຖິງເກືອບ 2 ເທົ່າ.