ພິທີມອບອຸປະກອບການຮຽນ ແລະ ເກິບເດັກນ້ອຍ ເພື່ອເອົາໄປຊ່ວຍເຫຼືອຜູ້ທຸກຍາກ ແລະ ນັກຮຽນໃນເຂດຊົນນະບົດ ສປປ ລາວ

Posting Date: 
14 Sep 2020

 

ໃນວັນທີ 14 ກັນຍາ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ ໄດ້ມີພິທີມອບອຸປະກອບການຮຽນ ແລະ ເກິບເດັກນ້ອຍ ເພື່ອເອົາໄປຊ່ວຍເຫຼືອຜູ້ທຸກຍາກ ແລະ ນັກຮຽນໃນເຂດຊົນນະບົດ ສປປ ລາວ  ຈາກຜູ້ໃຈບຸນ ທີ່ຢູ່ປະເທດອົດສະຕາລີ ທີ່ເປັນ ເຊື້່ອຊາດ ແລະ ລູກຫຼານລາວ ຊຶ່ງມີມູນຄ່າ 1.900.000 ກີບ. ພິທີດັ່ງກ່າວ ໄດ້ໃຫ້ກຽດ ມອບ-ຮັບ ໂດຍຄະນະອໍານວຍການ ກອງທຶນລຸດຜ່ອນຄວາມທຸກຍາກ ໂດຍມີຜູ້ເຂົ້າຮ່ວມ ເປັນສັກຂີພະຍານ ຈາກທີມງານບໍລິຫານໂຄງການ ພອ້ມດ້ວຍຜູ້ຕາງໜ້າຈາກສາມອົງການຈັດຕັ້ງມະຫາຊົນ ຂອງກອງທຶນຫຼຸດຜ່ອນຄວາມ ທຸກຍາກເຂົ້າຮ່ວມ. ຈາກນັ້ນ ກໍໄດ້ມອບໃບກຽດຕິຄຸນ ໃຫ້ຜູ້ມີນໍ້າໃຈໃສສັດທາ ໃຫ້ການຊ່ວຍເຫຼືອ ໃນຄັ້ງນີ້ ເພື່ອເປັນເອກະສານ ສະແດງຄວາມຮູ້ບຸນຄຸນ ແລະ ສະແດງຄວາມຂອບໃຈ ມາຍັງທ່ານ ພວກເຮົາ ຂໍອວຍພອນໃຫ້ ທ່ານ ຈົ່ງມີຄວາມສຸກກາຍ ສຸກໃຈ ທັງຄອບຄົວ ແລະ ສ່ວນຕົວ ແລະ ຫວັງຢ່າງຍິ່ງວ່າ ທ່ານຈະສືບຕໍ່ໃຫ້ການຊ່ວຍເຫຼືອ ປະຊາຊົນຜູ້ທຸກຍາກຂອງ ສ ປ ປ ລາວ ໃນເຂດຊົນນະບົດຫ່າງໄກສອກຫຼີກໃນຕໍ່ໜ້າຕຶ່ມອີກ.

 

 

 

ຖ້າບັນດາທ່ານໃດ ແລະ ອົງການໃດມີຄວາມສົນໃຈຢາກບໍລິຈາກອຸປະກອນການຮຽນ ແລະ ເຄື່ອງນຸ່ງຫົ່ມໃຫ້ເດັກນ້ອຍ ຫຼື ຜູ້ໃຫຍ່ ທ່ານສາມາດ:

 

 

 

ຕິດຕໍ່ພົວພັນ:

 

ຫ້ອງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ຂັ້ນສູນກາງ

 

ໂທ: 021-261 479-80

 

Facebook: Prf Fund