ມອບເຄື່ອງຊ່ວຍເຫຼືອ ເຄື່ອງນຸ່ງຫົ່ມ ໃຫ້ຜູ້ທຸກຍາກ ຊົນນະບົດ ສປປ ລາວ
ມາຮອດປະຈຸບັນ ໄພໜາວໄດ້ຄຸກຄາມພໍ່ແມ່ປະຊາຊົນກໍຄືນ້ອງນັກຮຽນຢູ່ເຂດຊົນນະບົດ ເຂດຫ່າງໄກສອກຫຼີກ ຢ່າງໜັກໜ່ວງ ໂດຍສະເພາະ ແມ່ນເຂດພາກເໜືອຂອງ ສປປ ລາວ ເຊິ່ງແມ່ນເຂດທຸກຍາກ ທຸລະກັນດານ ພື້ນທີ່ເປົ້າໝາຍຂອງ ກອງທຶນຫຼຸດຜ່ອນຄວາມຍາກ (ທລຍ) ສະນັ້ນ; ເພື່ອເປັນການປະກອບສ່ວນ ບັນເທົາທຸກນັ້ນ ໃນວັນທີ 7 ມັງກອນ 2021 ຄອບຄົວ ສະເດັດຕັນ ຈຶ່ງໄດ້ມີນໍ້າໃຈມອບເຄື່ອງນຸ່ງຫົ່ມ ທັງເກົ່າ ແລະ ໃໝ່ ໃຫ້ ທລຍ ເພື່ອສົ່ງຕໍ່ໃຫ້ຜູ້ທຸກຍາກ ຈໍານວນ 2 ເປົາໃຫຍ່ ຄິດເປັນມູນຄ່າ 3.000.000 ກີບ.
ໃນນາມກອງທຶນຫຼຸດຜ່ອນຄວາມທຸກຍາກ ກໍຄືປະຊາຊົນຜູ້ທຸກຍາກເຂດຫ່າງໄກສອກຫຼີກ ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ຄອບຄົວ ສະເດັດຕັນ ທີ່ໄດ້ຊ່ວຍອຸປະຖໍາເຄື່ອງເຫຼົ່ານີ້ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອຸປະຖໍາອີກໃນຄັ້ງຕໍ່ໄປ
ຖ້າບຸກຄົນໃດ ຫຼື ອົງການໃດມີຈຸດປະສົງຢາກອຸປະຖໍາຊ່ວຍເຫຼືອເຄື່ອງດັ່ງກ່າວສາມາດພົວພັນໄດ້ ຫ້ອງການ ທລຍ ສູນກາງ:
021-261479-80 ຫລືສາມາດຕິດຕໍ່ຄະນະຮັບຜິດຊອບລະດົມ ແລະ ແຈກຢາຍເຄືື່ອງຊ່ວຍເຫຼືອຜູ້ທຸກຍາກ:
ເບີໂທ ແລະ ວອດແອບ
ທ່ານ ສີສະຫວັດ ເກີດກອງ: 020 5468 5241
ທ່ານ ດຣ ນາງ ຄອນທິບ ພວງເພັດ: 020 9118 6644
ທ່ານ ຫົງເງິນ ສະເດັດຕັນ: 020 5558 7815
ທ່ານ ແສງທະວີ ສີຫາພອນ: 020 9800 7888
ທ່ານ ນາງ ສອນມະນີ ປະທຸມພອນ: 020 5519 6949
ທ່ານ ແສງອາລຸນ ພິລາຈັນ: 020 55622205
ທ່ານ ດວງເພັດ ອິນທະວົງ: 020 2223 2409
ທ່ານ ໜູທອງ ສີຫານາມ: 020 5670 4441