ສະມາຊິກ ກຸ່ມຊ່ວຍເຫຼືອກັນ (ກຊກ) ບ້ານກໍໄຮ ໄດ້ຮັບການຝຶກອົບຮົມ ເຕັກນິກການລ້ຽງໝູລາດ

Posting Date: 
09 Sep 2021

ສະມາຊິກ ກຸ່ມຊ່ວຍເຫຼືອກັນ (ກຊກ) ບ້ານກໍໄຮ ໄດ້ຮັບການຝຶກອົບຮົມ ເຕັກນິກການລ້ຽງໝູລາດ

ໃນລະຫວ່າງວັນທີ 1-2 ກັນຍາ2021 ຜ່ານມາ, ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ) ເມືອງກວັນ, ແຂວງຫົວພັນ ສົມທົບກັບຄູຝຶກຈາກຫ້ອງການກະສິກຳແລະປ່າໄມ້ເມືອງ 1 ທ່ານ ລົງຝຶກອົບຮົມເຕັກນິກການລ້ຽງໝູລາດ ແລະ ຕິດຕາມການທ້ອນເງິນຂອງສະມາຊິກ ກຸ່ມຊ່ວຍເຫຼືອກັນ (ກຊກ) ບ້ານກໍໄຮ. ບ້ານດັ່ງກ່າວ ເປັນບ້ານຊົນເຜົ່າມົ້ງ, ປະກອບມີ 61 ຄອບຄົວ, ພົນລະເມືອງທັງໝົດ 283 ຄົນ, ຍິງ 159 ຄົນ, ໃນນັ້ນ ມີກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) 3 ກຸ່ມ, ສະມາຊິກ 45 ຄົນ, ຍິງ 38 ຄົນ.

 

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ ສະມາຊິກ ກຊກ ໃນການຮຽນຮູ້ເຕັກນິກວິຊາການໃໝ່ໃນການລ້ຽງໝູລາດ ໃຫ້ຖືກຕ້ອງຕາມຫຼັກວິຊາການ ແລະ ເປັນການສົ່ງເສີມກິດຈະກໍາລ້ຽງສັດ ສ້າງລາຍຮັບໃຫ້ແກ່ຄອບຄົວ.

 

ສໍາລັບການຝຶກອົບຮົມໃນເທື່ອນີ້ ໄດ້ນໍາເອົາຫົວຂໍ້ທີ່ສໍາຄັນມາສິດສອນໃຫ້ສະມາຊິກຸ່ມ ເປັນຕົ້ນແມ່ນ ເຕັກນິກວິທີການສ້າງຄອກໝູ, ວີທີການຄັດເລືອກແນວພັນ, ວິທີການປະສົມພັນ, ວິທີການລ້ຽງ, ວິທີການເຮັດສູດອາຫານໝັກຈາກຢວກກ້ວຍ, ທີໃຫ້ອາຫານ, ວິທີການປະສົມຢາວັກຊິນ ແລະ ວິທີການສັກຢາ. ໃນນັ້ນ ໄດ້ລົງເລີກພາກທິດສະດີ 50% ແລະ ພາກສາທິດປະຕິບັດຕົວຈິງ 50% ໂດຍສະເພາະ ແມ່ນການສາທິດເຮັດອາຫານໝັກຈາກຢວກກ້ວຍ ທີ່ເປັນວັດຖຸດິບຫາໄດ້ງ່າຍໃນຊຸມຊົນ ແລະ ວີທີການສັກຢາວັກຊິນປ້ອງກັນພະຍາດໝູ.

ພາຍຫຼັງໄດ້ຮັບການຝຶກອົບຮົມໃນຄັ້ງນີ້ແລ້ວ ຊາວບ້ານມີຄວາມຮູ້ໃນການລ້ຽງໝູລາດແບບຂັງຄອກຕາມຫຼັກວິຊາການ, ຮູ້ວິທີການເຮັດສູດອາຫານ ດ້ວຍການນໍາໃຊ້ວັດຖຸດິບທີ່ຫາໄດ້ງ່າຍໃນທ້ອງຖິ່ນ ແລະ ຮູ້ວິທີການສັກຢາກັນພະຍາດໝູ.

 

ນອກຈາກການຝຶກອົບຮົມ ດ້ານເຕັກນິກວິຊາການແລ້ວ, ຍັງໄດ້ນໍາພາສະມາຊິກກຸ່ມປຶກສາຫາລືກັນກ່ຽວກັບກິດຈະການ ການທ້ອນເງິນ, ເຊິ່ງບ້ານດັ່ງກ່າວສາມາດທ້ອນເງິນໄດ້ສະສົມທັງໝົດ 2.700.000 ກີບ; ສະເພາະການທ້ອນເງິນ ໃນເດືອນ ກັນຍາ 2021 ປະຕິບັດໄດ້ 225.000 ກີບ ໂດຍປະຕິບັດຕາມລະບຽບການທ້ອນເງິນ ແມ່ນສະມາຊິກຜູ້ໜຶ່ງ ເອົາເງິນມາທ້ອນຜູ້ລະ 5.000 ກີບຕໍ່ເດືອນ.