ສຳເລັດການຝຶກອົບຮົມໃຫ້ ຄະນະ ກຊກ ແລະ ຄບກ

Posting Date: 
18 May 2021

ສຳ​ເລັດ​ການ​ຝຶກ​ອົບຮົມ​ໃຫ້ ຄະນະ ກຊກ ແລະ ຄບກ  

 

ເພື່ອສ້າງຄວາມເຂັ້ມແຂງ ໃຫ້ຄວາມຮູ້ແກ່  ຄະນະ ກຊກ ແລະ  ຄບກ ຮູ້ຈັກລົງບັນຊີ ແລະ ຄຸ້ມຄອງລະບົບບັນຊີ ກຸ່ມຂອງເຂົາເຈົ້າ ໂດຍໄດ້ເນັ້ນນໍາພາປະຕິບັດກິດຈະກໍາຕົວຈິງ ໂດຍສະເພາະແມ່ນ ການ​ລົງ​​ບັນຊີ​ຂອງກຸ່ມ​ຕ່າງໆ ​ໃຫ້​ຖືກຕ້ອງຕາມລະບຽບ, ຫຼັກການທີ່ວາງອອກ ພ້ອມທັງສາມາດບໍລິຫານເງິນດ້ວຍເອງ.

          ​ໃນ​ລະຫວ່າງ ກາງ​ເດືອນ ມີນາ ຫາ ຕົ້ນ​ເດືອນ​ພຶດສະພາ 2021 ນີ້ ກອງທຶນຫຼຸດຜ່ອນຄວາມທຸກຍາກ ເມືອງຄໍາ, ແຂວງຊຽງຂວາງ ​ໄດ້​ລົງ​ຝຶກ​ອົບຮົມ​ໃຫ້​ ກຸ່ມຊ່ວຍເຫຼືອກັນແກ້ໄຂຄວາມທຸກຍາກ (ກຊກ) ແລະ ຄະນະ​ບໍລິຫານ​ກອງທຶນບ້ານ (ຄບກ) ຢູ່​ 29 ບ້ານ ສຳ​ເລັດຢ່າງເປັນຮູບປະທໍາ, ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 393 ຄົນ, ຍິງ 345 ຄົນ, ຊົນ​ເຜົ່າ 81 ຄົນ.