ສົ່ງເສີມວຽກງານໂພຊະນາການ ຢູ່ບ້ານເປົ້້າໝາຍ ທລຍ ເຂດຫ່າງໄກສອກຫຼີກ
ໂດຍ: ແສງຄໍາ ດໍລໍຄໍາ
ໃນວັນທີ 28 ມິຖຸນາ 2021 ຜ່ານມາ, ທິມງານພະນັກງານໂພຊະນາການກອງທຶນຫຼຸດຜ່ອນຄວາມທຸກຍາກປະຈໍາ ເມືອງໃໝ່, ແຂວງຜົ້ງສາລີ ໄດ້ລົງຕິດຕາມ, ຊຸກຍູ້ສົ່ງເສີມ ວຽກງານໂພຊະນາການໃຫ້ສະມາ
ຊິກໂພຊະນາການຢູ່ ບ້ານເພຍ, ເມືອງໃໝ່, ແຂວງຜົ້ງສາລີ ນໍາພາການປຸງແຕ່ງອາຫານເສີມໃຫ້ກຸ່ມແມ່ຍິງຖືພາ, ແມ່ລູກອ່ອນ, ເດັກອາຍຸ 6-23 ເດືອນ ແລະ ແມ່ຜູ້ດູແລເດັກ ໃນນັ້ນລວມມີສະມາຊິກເຂົ້າຮ່ວມກິດຈະກໍາທັງໝົດ 17 ຄົນ: ແມ່ຖືພາ 4 ຄົນ, ແມ່ລູກອອ່ນ 3 ຄົນ, ເດັກອາຍຸ 23 ເດືອນ 5 ຄົນ ແລະ ແມ່ຜູ້ດູແລເດັກ 5 ຄົນ.
ການແຕ່ງກິນໃນຄັ້ງນີ້ ແມ່ນຈະຊ່ວຍໃຫ້ແຕ່ລະກຸ່ມ ໄດ້ຮັບອາຫານທີ່ມີໂພຊະນາການ, ຄຸນປະ
ໂຫຍດຂອງໝວດອາຫານ ແລະ ຍັງເຮັດໃຫ້ຜູ້ເປັນແມ່ໄດ້ຮຽນຮູ້ຂັ້ນຕອນ ແລະ ວິທີການປຸງແຕ່ງອາຫານໃນແຕ່ລະໄລຍະການເຕີບໂຕຂອງເດັກ, ສຸຂະພາບຂອງແມ່ຖືພາ ແລະ ແມ່ລູກອອ່ນໃຫ້ມີຄວາມແຂງແຮງຂຶ້ນຢ່າງເປັນຮູບປະທໍາ ພິເສດຄະນະໂພຊະນາການບ້ານໄດ້ວາງແຜນປຸງແຕ່ງອາຫານເສີມໃນຄາບຕໍ່ໄປດ້ວຍຕົນເອງ.