ສໍາເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ທລຍ ເມືອງຂວາ ແຂວງຜົ້ງສາລີ

Posting Date: 
07 Sep 2021

           ສໍາເລັດກອງປະຊຸມປະສານງານການວາງແຜນຂັ້ນເມືອງ ທລຍ  ເມືອງຂວາ ແຂວງຜົ້ງສາລີ

ໂດຍ: ປານີ ພິລາຜົນ, ໂພຊະນາການ ຂັ້ນເມືອງ

          ໃນຕອນເຊົ້າຂອງວັນທີ 26 ສິງຫາ 2021 ຜ່ານມາ, ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ ) ປະຈໍາເມືອງຂວາ, ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມປະສານງານການວາງແຜນຂັ້ນເມືອງທີ່ຫ້ອງປະຊຸມສະໂມສອນ ເມືອງຂວາ, ແຂວງຜົ້ງສາລີ ໂດຍການເປັນປະທານຂອງ ທ່ານ ວົງເດືອນ ພູມມີທຳ, ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ, ຜູ້ຊີນຳວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີບັນດາແຂກຖືກເຊີນຈາກຫ້ອງການທິກ່ຽວຂ້ອງຂັ້ນເມືອງ, ຜູ້ຕາງໜ້າຈາກໂຄງການພັດທະນາຕ່າງໆພາຍໃນເມືອງ, ທີມງານ ທລຍ ຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ ແລະ ນາຍບ້ານໆ ເປົ້າ   ໝາຍ 27 ບ້ານພ້ອມດ້ວຍ ຕົວແທນບ້ານເຂົ້າຮ່ວມທັງໝົດ 83 ທ່ານ, ຍິງ 35 ທ່ານ.

         ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ຮັບຮອງເອົາແຜນພັດທະນາຂັ້ນບ້ານ ໃນບ້ານເປົ້າໝາຍຂອງ ທລຍ ໂດຍອົງການປົກຄອງເມືອງ ແລະ ຂະແໜງການທີ່ກ່ຽວຂ້ອງ. ແຜນການພັດທະນາບ້ານນີ້ ຈະເປັນຂໍ້ມູນພື້ນຖານໃຫ້ແກ່ການພັດທະນາເສດທະກິດ-ສັງຄົມ ຂອງເມືອງ; ພ້ອມກັນນັ້ນ, ເພື່ອຄັດເລືອກເອົາກິດຈະກຳດ້ານໂຄງລ່າງພື້ນຖານ ຂະໜາດນ້ອຍທີ່ຈະສະໜັບສະໜູນ ຈາກໂຄງການ ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) 3 ໄລຍະທຶນເພີ້ມທຶນ ແລະ ເພື່ອຮັບປະກັນໃຫ້ມີການປະສານສົມທົບ ເປັນເອກະພາບ ແລະ ໄປໃນລວງດຽວກັນ ຕາມຈຸດສຸມພັດທະນາຊົນນະບົດ ແລະ ຖືກຕາມທິດ ຂອງວາລະແຫ່ງຊາດ ທີ່ລັດຖະບານວາງອອກ.

ໃນກອງປະຊຸມ ໄດ້ເປີດໂອກາດໃຫ້ບັນດາຜູ້ຕາງໝ້າຈາກພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການທີ່ກ່ຽວຂ້ອງຂອງເມືອງ ແລະ ໂຄງການພັດທະນາຕ່າງໆ ພາຍໃນເມືອງ, ຕົວແທນທີ່ມາຈາກບ້ານເປົ້າໝາຍ ໄດ້ຂຶ້ນນຳສະ    ເໝີບຸລິມະສິດຄວາມຕ້ອງການແຜນພັດທະນາບ້ານໃນໄລຍະ 5 ປີ (2020-2024) ເຊິ່ງລວມທັງໝົດ 130 ກິດຈະກໍາບຸລິມະສິດ. ໃນນັ້ນຂະແໝງການກະສິກໍາກວມເອົາ 68 ກິດຈະກໍາ ເທົ່າກັບ 52,31%; ຂະແໝງສາທາລະນະສຸກ 26 ກິດຈະກຳ ເທົ່າກັບ 20%; ຂະແໜງໂຍທາທິການ ແລະ ຂົນສົ່ງ 24 ກິດຈະກຳ ເທົ່າກັບ 18,46%; ຂະແໝງສຶກສາທິການ ແລະ ກິລາ ກວມເອົາ 7 ກິດຈະກຳ ເທົ່າກັບ 5,38%; ຂະແໜງພະລັງງານ ແລະ ບໍ່ແຮ່ 4 ກິດຈະກໍາ ເທົ່າກັບ 3,07% ແລະ ຂະແໜງຖະແຫລງຂ່າວ ແລະ ວັດທະນະທໍາ 1 ກິດຈະກຳ ເທົ່າກັບ 0,77%.

 

ກອງປະຊຸມໄດ້ປຶກສາຫາລື ກໍານົດ ແລະ ຮັບຮອງເອົາບັນດາກິດຈະກຳ ໂຄງການຍ່ອຍເພື່ອພັດທະນາດ້ານພື້ນຖານໂຄງລ່າງທີຈະໄດ້ຈັດຕັ້ງປະຕິບັດຢູ່ 20 ບ້ານເປົ້າໝາຍຂອງໂຄງການມີດັ່ງນີ້:

 

1.    

ສ້ອມແປງລະບົບນໍ້າລິນ ບ້ານຫ້ວຍກູດ ກຸ່ມເທດສະບານ.

2.   

ສ້ອມແປງທາງເຂົ້າເຂດຜະລິດ ບ້ານຫ້ວຍຍາງ ກຸ່ມເທດສະບານ.

3.   

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ ກອງບຼາງ ກຸ່ມ ຫາດແດນ.

4.   

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ ແສນລາດ ກຸ່ມ ແສນລາດ.

5.   

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ ນາ ກຸ່ມ ແສນລາດ.

6.   

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ ດັບກະຈອກ ກຸ່ມ ດັບກະຈອກ.

7.   

ສ້ອມແປງລະບົບນໍ້່າລິນ ບ້ານ ດັບກະຈອກ ກຸ່ມ ດັບກະຈອກ.

8.   

ສ້ອມແປງລະບົບນໍ້່າລິນ ບ້ານ ມົກແພກ ກຸ່ມ ດັບກະຈອກ.

9.   

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ ສິນໄຊ ກຸ່ມ ສິນໄຊ.

10. 

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ ຫ້ວຍແພກໍ ກຸ່ມ ສິນໄຊ.

11.  

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ  ຫາດນາງ ກຸ່ມ ສິນໄຊ.

12. 

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ ພີເຈີເກົ່າ ກຸ່ມ ບວມພັນ.

13. 

ກໍສ້າງຕະຫລາດຊຸມຊົນ ບ້ານພີເຈີໃໝ່ ກຸ່ມ ບວມພັນ.

14. 

ສ້ອມແປງລະບົບນໍ້າລິນ ບ້ານ ນໍ້າມ່າໃຕ້ ກຸ່ມບວມພັນ.

15. 

ສ້ອມແປງລະບົບນໍ້າລິນ ບ້ານ ນໍ້າມ່າເໜືອ ກຸ່ມບວມພັນ.

16. 

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ  ນໍ້າບອນໃຕ້ ກຸ່ມ ລະຮ່າງໃຫ່ຍ.

17. 

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ  ນໍ້າບອນເໜືອ ກຸ່ມ ລະຮ່າງໃຫ່ຍ.

18. 

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ  ສະບໍ ກຸ່ມ ລະຮ່າງໃຫ່ຍ.

19. 

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ  ລະຮ່າງໃຫ່ຍ ກຸ່ມ ລະຮ່າງໃຫ່ຍ.

20.

ສ້ອມແປງທາງເຂົ້າເຂດຜະລິດ ບ້ານ  ຫ້ວຍອອນ ກຸ່ມ ແສນຍາງ.

    ບັນດາໂຄງການດ້ານພື້ນຖານໂຄງລ່າງທີ່ຖືກຮັບຮອງຢູ່ກອງປະຊຸມຂັ້ນເມືອງໃນຄັ້ງນີ້ ແມ່ນຈະໄດ້ເລີ່ມລົງສຳຫລວດອອກແບບ ໃນເດືຶອນ ກັນຍາ 2021 ທີ່ຈະມາເຖິງນີ້.

 

              ໃນຕອນທ້າຍກອງປະຊູມ ທ່ານ ວົງເດືອນ ພູມມີທໍາ ຄະນະປະຈໍາພັກເມືອງ ເມືອງຂວາ, ປະທານກອງປະຊຸມໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊູມ ເຊິ່ງທ່ານໄດ້ຍ້ອງຍໍຊົມເຊີຍມາຍັງຂະແໜງການຂັ້ນເມືອງ ແລະ ຕົວແທນບ້ານເປົ້າ  ໝາຍທີ່ໄດ້ກະກຽມ ແລະ ເຂົ້າຮ່ວມກອງປະຊຸມຢ່າງພ້ອມພຽງ ພິເສດໄດ້ສະແດງຄວາມຂອບອົກຂອບໃຈມາຍັງ ກະຊວງກະສິກໍາ ແລະ ປ່າໄມ້ ກໍຄື ກອງທຶນຫລຸດຜ່ອນຄວາມທຸກຍາກ ທີ່ໄດ້ໃຫ້ການສະໜັບສະໜູນຍາດແຍ່ງເອົາທຶນຮອນເຂົ້າມາຊ່ວຍເມືອງ ເຂົ້າໃນການກໍສ້າງພື້ນຖານໂຄງລ່າງຂະໜາດນ້ອຍໃຫ້ບັນດາບ້ານທີ່ມີຄວາມທຸກຍາກ ເພື່ອຮັບໃຊ້ເຂົ້າໃນການທໍາການຜະລິດ ແລະ ການດໍາລົງຊີວິດຂອງປະຊາຊົນ ຢູ່ພາຍໃນບ້ານ ຂອງເມືອງຂວາ ພ້ອມທັງຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ປະຊາຊົນ ຈົ່ງເປັນເຈົ້າການໃນການນໍາພາ ແລະ ພ້ອມກັນຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ໄດ້ຮັບຮອງກັນໃນກອງປະຊຸມຄັ້ງນີ້ໃຫ້ປະກົດເປັນຮູບປະທໍາຕົວຈິງ.