ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC) ລົງຕິດຕາມກວດກາ ແລະ ປະເມີນໝາກຜົນຂອງການຈັດຕັ້ງປະຕິບັດໂຄງການຍ່ອຍ ທລຍ 3 ໄລຍະທຶນເພີ່ມຕື່ມ

Posting Date: 
18 Nov 2020

 

ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC) ລົງຕິດຕາມກວດກາ ແລະ ປະເມີນໝາກຜົນຂອງການຈັດຕັ້ງປະຕິບັດໂຄງການຍ່ອຍ ທລຍ 3 ໄລຍະທຶນເພີ່ມຕື່ມ

 

 

 

ໃນລະຫວ່າງວັນທີ 16-18 ພະຈິກ 2020 ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC)ໄດ້ລົງໄປຕິດຕາມ, ກວດກາ ການຈັດຕັ້ງປະຕິບັດໂຄງການ ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ, ກຸ່ມບົວລະບັດຮັກສາທາງ, ການກໍ່ສ້າງຂົວອູ່ ແລະ ໂຄງການທຶນສົມທົບຂອງລັດຖະບານ ສປປ ລາວ ໃນຮອບວຽນ 17 ປີ 2020 ຢູ່ເມືອງນາແລ ແລະ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ໂດຍໄດ້ຕິດຕາມການກໍ່ສ້າງຂົວອູ່ຂ້າມນໍ້າທາ ແລະ ວັງສະຫງວນຢູ່ບ້ານພູລວງ ເມືອງນາແລ,  ບ້ານຊົນເຜົ່າກຶມມຸ ແລະ ລຶ້ ຂ້າມໄປຫາບ້ານໜອງປາແສດ ທີ່ມີຄວາມຍາວ 118 ແມັດ ກວ້າງ 2.2 ແມັດ ທີ່ໄດ້ສໍາເລັດ ແລະ ມອບຮັບ ໃຫ້ມີການນໍາໃຊ້ໃນເດືອນພຶດສະພາ 2017 ດ້ວຍງົບປະມານ 648 ລ້ານກວ່າກີບ ເຮັດໃຫ້ປະຊາຊົນ 101 ຄອບຄົວຂອງບ້ານພູລວງ ແລະ ລວມທັງປະຊາຊົນບ້ານໜອງປາແສດສາມາດນໍາໃຊ້ຂົວອູ່ດັ່ງກ່າວ ໃນການລໍາລຽງຂົນສົ່ງສິນຄ້າ ສ້າງລາຍຮັບໃຫ້ແກ່ຄອບຄົວຢ່າງສະດວກສະບາຍ.

 

ຈາກນັ້ນໄດ້ໄປຕິດຕາມການກໍ່ສ້າງສ້ອມແປງທາງ ແລະ ທໍ່ລອດທາງບ້ານ ສະແກນ ເມືອງນາແລ ທີ່ຈັດຕັ້ງປະຕິບັດໃນຮູບແບບຊຸມຊົນເປັນຜູ້ເຮັດເອງ ໃນປີ 2020 ດ້ວຍງົບປະມານ 125 ລ້ານກວ່າກີບ, ການກໍ່ສ້າງສ້ອມແປງນໍ້າລິນ ບ້ານ ກັນຫະ ທີ່ຊຸມຊົນເປັນຜູ້ເຮັດເອງ ດ້ວຍງົບປະມານ 28 ລ້ານກວ່າກີບ ແລະ  ກຸ່ມບົວລະບັດຮັກສາທາງບ້ານພູຕາງ ປີ 2019 ນໍາໃຊ້ງົບປະມານ 49 ລ້ານກວ່າກີບ, ຕິດຕາມການກໍ່ສ້າງເສັ້ນທາງໄປຫາເຂດທໍາການຜະລິດບ້ານຫ້ວຍຫົກ ບ້ານຊົນເຜົ່າອາຄາ ເມືອງວຽງພູຄາ ປີ 2020 ດ້ວຍງົບປະມານ 129 ລ້ານກວ່າກີບ, ການກໍ່ສ້າງຝາຍນໍ້າລົ້ນບ້ານທ່າຫຼວງ ປີ 2019 ນໍາໃຊ້ງົບປະມານ 192 ລ້ານກວ່າກີບ, ການກໍ່ສ້າງສ້ອມແປງໂຮງຮຽນປະຖົມບ້ານນໍ້າກາບໃຕ້ ປີ 2020 ທີ່ຊຸມຊົນເປັນຜູ້ເຮັດເອງ ດ້ວຍງົບປະມານ 125 ລ້ານກວ່າກີບ, ກຸ່ມບົວລະບັດຮັກສາທາງບ້ານນໍ້າວ່າງ ປີ 2019 ນໍາໃຊ້ງົບປະມານ 49 ລ້ານກວ່າກີບ.

 

ນອກຈາກນັ້ນ ຍັງໄດ້ຕິດຕາມກອງປະຊຸມແນະນໍາ ວິທີປ້ອງກັນການລະບາດຂອງພະຍາດໂຄວິດ-19 ທີ່ ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC) ໄດ້ໃຫ້ການຊ່ວຍເຫຼືອໃນປີ 2020 ນີ້ອີກດ້ວຍຢູ່ບ້ານສະແກນ, ເມືອງນາແລ ແລະ ບ້ານນໍ້າກາບໃຕ້, ເມືອງວຽງພູຄາ.

 

ຜ່ານການລົງຕິດຕາມກວດການຈັດຕັ້ງປະຕິບັດໂຄງການ ນຳໃຊ້ຮູບແບບຊຸມຊົນຈັດຕັ້ງປະຕິບັດເອງ ໃນ 3 ວັນຜ່ານມານັ້ນ ທາງຜູ້ໃຫ້ທຶນກໍຄື  ອົງການເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ (SDC) ໄດ້ໃຫ້ທັດສະນະວ່າ ການຈັດຕັ້ງປະຕິບັດ ແບບຊຸມຊົນຈັດຕັ້ງປະຕິບັດເອງ ແມ່ນມີຜົນສໍາເລັດ ແລະ ເປັນຮູບແບບອັນດີທີ່ຕ້ອງສືບຕໍ່ຂະຫຍາຍໄປສູ່ພື້ນທີ່ເປົ້າໝາຍອື່ນໆທີ່ເຫັນວ່າມີຄວາມເໝາະສົມ ແລະ ຈໍາເປັນ ເພາະເປັນວິທີສ້າງວຽກເຮັດງານທຳໃຫ້ແກ່ຊາວບ້ານ, ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການຈັດຕັ້ງບ້ານ ໃນດ້ານການຄຸ້ມຄອງບໍລິຫານງົບປະມານ, ການດຳເນີນການຈັດຊື້-ຈັດຈ້າງ ແລະ ກວດກາຕິດຕາມຄຸນນະພາບຂອງສິ່ງກໍ່ສ້າງໄດ້ດີຂຶ້ນ, ຮູບແບບດັ່ງກ່າວນີ້ ຍັງເປັນການແກ້ໄຂຄວາມທຸກຍາກໂດຍກົງ ເພາະຊຸມຊົນໄດ້ຮັບຄ່າຕອບແທນ ໃນເວລາມາອອກແຮງງານກໍ່ສ້າງໂຄງການຍ່ອຍ ຊຶ່ງລາຍຮັບດັ່ງກ່າວສາມາດນໍາໄປຊື້ອາຫານການກິນ ແລະ ໃຊ້ຈ່າຍອື່ນໆທີ່ຈຳເປັນພາຍໃນຄອບຄົວ. ສິ່ງສຳຄັນກວ່ານັ້ນ ແມ່ນໄດ້ສ້າງວຽກເຮັດງານທໍາ ສ້າງອາຊີບໃຫ້ຊຸມຊົນຜູ້ທຸກຍາກ, ໂດຍການພັດທະນາ ແລະ ສ້າງນາຍຊ່າງຊຸມຊົນເຊັ່ນ: ຊ່າງໄມ້, ຊ່າງປູນ ທີ່ມາຈາກຊຸມຊົນໂດຍກົງ. ເມື່ອໂຄງການສໍາເລັດ ເຂົາເຈົ້າຍັງສາມາດສືບຕໍ່ໄປຮັບຈ້າງກໍ່ສ້າງໃຫ້ບ້ານອື່ນໆທີ່ໃກ້ຄຽງ ລວມທັງໄດ້ສ້າງຄວາມເປັນເຈົ້າການໃຫ້ແກ່ຊຸມຊົນ ໃນການປົກປັກຮັກສາສິ່ງກໍສ້າງທີ່ລັດໄດ້ລົງທຶນ ໃຫ້ສາມາດນຳໃຊ້ໄດ້ຍາວນານ ເພາະວ່າ: ຊຸມຊົນມີຄວາມພາກພູມໃຈ ໃນສິ່ງທີ່ເຂົາເຈົ້າໄດ້ເຮັດເອງ