ແມ່ຍິງ ໃນກຸ່ມບູລະນະຮັກສາເສັ້ນທາງຂອງ ທລຍ ເຮັດວຽກໜັກເກີນໄປ ແລະ ຜູ້ຊາຍບໍ່ໄດ້ຊ່ອຍແທ້ບໍ?

Posting Date: 
22 Mar 2019

ແມ່ຍິງ ໃນກຸ່ມບູລະນະຮັກສາເສັ້ນທາງຂອງ ທລຍ ເຮັດວຽກໜັກເກີນໄປ ແລະ ຜູ້ຊາຍບໍ່ໄດ້ຊ່ອຍແທ້ບໍ?

ແສງເພັດ ວັນນະວົງ

           ກອງປະຊຸມປຶກສາຫາລື ພາຍໃຕ້ຫົວຂໍ້: ແມ່ຍິງ ໃນກຸ່ມບູລະນະຮັກສາເສັ້ນທາງ ຂອງ ທລຍ  ເຮັດວຽກໜັກເກີນໄປ ແລະ ຜູ້ຊາຍບໍ່ໄດ້ຊ່ອຍ ແທ້ບໍ?  ໄດ້ຈັດຂຶ້ນຕອນແລງຂອງວັນທີ 21/3/2019 ທີ່ຫ້ອງປະຊຸມ ທລຍ, ກະຊວງກະສິກຳ ແລະ ປ່າໄມ້ ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງວັນ ວິໄລເຮືອງ  ຄະນະນໍາກະຊວງກະສິກຳ ແລະ ປ່າໄມ້ ມີຜູ້ເຂົ້າຮ່ວມຈາກອ້ອມຂ້າງສູນກາງ ເຊັ່ນ: ກະຊວງກະສິກຳ ແລະ ປ່າໄມ້, ກະຊວງ ຍທຂ, ສະຫະພັນແມ່ຍິງສູກາງ, ພະນັກງານ ທລຍ ເຂົ້າຮ່ວມທັງໝົດ 15 ທ່ານ. ກຸ່ມບູລະນະຮັກສາເສັ້ນທາງນີ້ ທລຍ ໄດ້ເລີ່ມເຮັດທົດລອງໃນປີ 2017 ຈຸດປະສົງ (1). ເພື່ອຮັບປະກັນ ໃຫ້ເສັ້ນທາງຊົນນະບົດ ທີ່ພັກ-ລັດ ໄດ້ລົງທຶນສ້າງແລ້ວນັ້ນ ສາມາດນໍາໃຊ້ໄດ້ຍາວນານ, ຫຼຸດຜ່ອນການໃຊ້ທຶນຮອນ ເພື່ອສ້ອມແປງໃຫ່ຍບາດດຽວ (2). ເພື່ອສ້າງວຽກເຮັດງານທຳ-ສ້າງລາຍຮັບ ໃຫ້ແກ່ແມ່ຍິງໃນຄົວເຮືອນທຸກຍາກ (ສະເລັ່ຽ 350​.000 ກີບ ຕໍ່ຄົນ ຕໍ່ເດືອນ). ວິທີການຈັດຕັ້ງປະຕິບັດນັ້ນ ແມ່ນເອົາແມ່ຍິງອອກຊື່ເປັນສະມາຊິກກຸ່ມ ທັງນີ້ເພື່ອຮັບປະກັນໃນການຄຸ້ມຄອງເງິນທີ່ໄດ້ມາ ນໍາໄປໃຊ້ຈ່າຍໃນສິ່ງທີ່ຈໍາເປັນໃນຄົວເຮືອນເຂົາເຈົ້າ, ສ່ວນການອອກແຮງງານໂຕຈິງນັ້ນ ບາງເທື່ອກໍແມ່ນແມ່ຍິງ ບາງເທື່ອກໍແມ່ນຜູ້ເປັນຜົວ ຫຼື ລູກຊາຍໄປອອກແຮງງານ ແລະ ໜ້າວຽກທີ່ເຮັດກໍເປັນວຽກງ່າຍ ເປັນວຽກເບົາ, ແຕ່ຖ້າແມ່ນວຽກໜັກ ເຊັ່ນ: ດິນເຈື່ອນຖົມທາງຫຼາຍ ກໍແມ່ນປະຊາຊົນໝົດບ້ານໄປຊ່ວຍກັນ.

          ຜ່ານການສົນທະນາແລກປ່ຽນກັນ ຜູ້ເຂົ້າຮ່ວມ ມີຄວາມເຂົ້າໃຈເປັນເອກະພາບວ່າ: ແມ່ຍິງ ໃນກຸ່ມບູລະນະຮັກສາເສັ້ນທາງຂອງ ທລຍ ບໍ່ໄດ້ເຮັດວຽກໜັກເກີນໄປ ແລະ ບໍ່ແມ່ນ ແຕ່ແມ່ຍິງເທົ່ານັ້ນ ໄປເຮັດວຽກບູລະນະຮັກສາທາງ. ນອກຈາກນັ້ນ ຜູ້ເຂົ້າຮ່ວມກໍມີຄໍາເຫັນ ວ່າຄວນສືບຕໍ່ວຽກງານດັ່ງກ່າວ ພ້ອມຄວນຂະຫຍາຍກິດຈະກຳດັ່ງກ່າວນີ້ ໄປສູ່ທ້ອງຖິ່ນອື່ນໆອີກ ເພາະເຫັນວ່າເປັນການສ້າງລາຍຮັບ ປະກອບສ່ວນປັບປຸງຊີວິດການເປັນຢູ່ ແກ້ໄຂຄວາມທຸກຍາກ ໃຫ້ແກ່ຄົວເຮືອນທຸກຍາກໃນເຂດຊົນນະບົດ.