3 ປີຜ່ານມາ ໂຮງຮຽນປະຖົມ ບ້ານນໍ້າບໍ່ຕາໄກ່ ຍັງຢູ່ໃນສະພາບເດີມ

Posting Date: 
10 Sep 2019

 

3 ປີຜ່ານມາ ໂຮງຮຽນປະຖົມ ບ້ານນໍ້າບໍ່ຕາໄກ່ ຍັງຢູ່ໃນສະພາບເດີມ

 

ໃນໄລຍະຜ່ານມາ ການເຂົ້າເຖິງພື້ນຖານໂຄງລ່າງ ໂດຍສະເພາະໂຮງຮຽນ ຍັງຢູ່ໃນໂຄງສ້າງແບບດັ້ງເດີມ ເກົ່າແກ່ ສຸດໂສມ ບໍ່ຖາວອນ ແລະ ບໍ່ພຽງພໍກັບການເພີ່ມຂຶ້ນຂອງເດັກໃນເກນອາຍຸເຂົ້າໂຮງຮຽນໃນແຕ່ລະປີ; ໃນລະດູຝົນ ຫລັງ ຄາກໍຮົ່ວ ບໍ່ສາມາດຮຽນໄດ້ ຍ້ອນປຸກມາໄດ້ຫຼາຍປີ ບ້ານບໍ່ມີທຶນທີ່ຈະສ້ອມແປງ ແລະ ຈໍານວນຫ້ອງຮຽນກໍຈໍາກັດ ບ້ານນີ້ເປັນບ້ານຊົນເຜົ່າກຶມມຸ ນອນໃນກຸ່ມນາທົ່ງ , ເມືອງນາໝໍ້, ແຂວງອຸດົມໄຊ ມີພົນລະເມືອງທັງໝົດ 343 ຄົນ, ຍິງ 174 ຄົນ ແລະ ມີ 66 ຄອບຄົວ; ສະນັ້ນ, ໃນກອງປະຊຸມພັດທະນາກຸ່ມບ້ານ ຕົວແທນບ້ານນໍ້າບໍ່ຕາໄກ່ ຈຶ່ງໄດ້ສະເໜີເປັນກິດຈະກໍາບຸລິມະສິດຂອງບ້ານ ແລະ ຜູ້ເຂົ້າຮ່ວມກອງປະຊຸມທີ່ມາແຕ່ລະບ້ານພາຍໃນກຸ່ມຈຶ່ງໄດ້ມີການປຶກສາຫາລື ແລະ ຕົກລົງຮັບຮອງເອົາເປັນກິດຈະກໍາບຸລິມາສິດຂອງແຜນພັດທະນາກຸ່ມ, ຈາກນັ້ນ ໃນກອງປະຊຸມປະສານງານວາງແຜນຂັ້ນເມືອງ ທີ່ມີຜູ້ເຂົ້າຮ່ວມທຸກພາກສ່ວນທີ່ມາຈາກທຸກກຸ່ມບ້ານພາຍໃນເມືອງ ແລະ ຂະແໜງການກ່ຽວຂ້ອງອ້ອມຂ້າງເມືອງ. ໃນກອງປະຊຸມຈຶ່ງເປັນເອກະພາບກັນ ເຫັນດີໃຫ້ ທລຍ ສະໜັບສະໜູນ ບ້ານດັ່ງກ່າວ ໃນປີ 2017. ການກໍ່ສ້າງໂຮງຮຽນປະຖົມ 3 ຫ້ອງ ທີ່ມີມູນຄ່າຫຼາຍກວ່າ 263 ລ້ານກີບ, ໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານວັດສະດຸທ້ອງຖິ່ນທີ່ສາມາດຫາໄດ້ ແລະ ແຮງງານ ຄິດເປັນເງິນປະມານ 27 ລ້ານກວ່າກີບ.

 

ໂຮງຮຽນດັ່ງກ່າວນີ້ ເລີ່ມລົງມືກໍ່ສ້າງໃນຕົ້ນປີ 2017 ແຕ່ດ້ວຍຄວາມຕ້ອງການຂອງປະຊາຊົນເອງເຂົາເຈົ້າ ຈຶ່ງເປັນເຈົ້າການ ໃນການກໍ່ສ້າງ ເປັນຕົ້ນ ແມ່ນການປະກອບສ່ວນ ໄມ້ຄໍ້າແບບ ແລະ ແຮງງານອື່ນໆ. ນອກນັ້ນ, ອໍານາດການປົກຄອງບ້ານກໍ່ມີຄວາມເອົາໃຈໃສ່ຢ່າງຫ້າວຫັນ ເຕົ້າໂຮມຄວາມສາມັກຄີ ຄວາມເປັນເອກະພາບ ເປັນຈິດໜຶ່ງໃຈດ່ຽວກັນ ພ້ອມກັນປະກອບສ່ວນດ້ານວັດຖຸປັດໃຈ ທີ່ສາມາດຫາໄດ້ໃກ້ບ້ານ ເພື່ອຕອບສະໜອງການກໍ່ສ້າງໃຫ້ທ່ວງທັນກັບເວລາການກໍ່ສ້າງ ພ້ອມທັງຕິດຕາມ ກວດກາຄຸນນະພາບວັດສະດຸກໍ່ສ້າງທີ່ທາງບໍລິສັດຜູ້ຮັບເໝົານໍາມາໃຊ້ໃນການກໍ່ສ້າງຖືກມາດຕະຖານຂອງການຄິດໄລ່-ອອກແບບ ແລະ ກໍ່ສ້າງປະຕິບັດໄດ້ຖືກຕ້ອງຕາມເຕັກນິກທີ່ໄດ້ກໍານົດໄວ້ໃນເບື້ອງຕົ້ນຢ່າງມີຄວາມຮັບຜິດຊອບສູງ,  ຊຸມຊົນໄດ້ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະໜ່ວຍຢ່າງລະອຽດ, ໂດຍ ແຕ່ລະວັນແມ່ນມີທິມງານບ້ານໄປຕິດຕາມການກໍ່ສ້າງ 03 ຄົນ. ດັ່ງນັ້ນ, ຈຶ່ງເຮັດໃຫ້ການກໍ່ສ້າງໂຮງຮຽນຫຼັງດັ່ງກ່າວສໍາເລັດລົງໃນກາງປີ 2017 ຕາມກໍານົດເວລາ. ພາຍຫລັງກໍ່ສ້າງສໍາເລັດແລ້ວ ເພື່ອເຮັດໃຫ້ໂຄງການດັ່ງກ່າວມີຄວາມຍືນຍົງ ແລະ ນໍາໃຊ້ໄດ້ຍາວນານ ທລຍ ຈຶ່ງໄດ້ຮ່ວມກັບວິຊາການຈາກຂະແໜງການສຶກສາຈັດຝຶກອົບຮົມການນໍາໃຊ້, ຄຸ້ມຄອງ ແລະ ບູລະນະປົກປັກຮັກສາ, ສ້ອມແປງ ໂດຍມອບໃຫ້ທິມງານບູລະນະສ້ອມແປງຂັ້ນບ້ານ ເປັນຜູ້ຮັບຜິດຊອບ ທັງນີ້ກໍເພື່ອຮັບປະກັນວ່າໃນເວລາເປເພ ເຂົາເຈົ້າສາມາດສ້ອມແປງໄດ້ດ້ວຍເອງໄດ້. ໃນກໍລະນີ ເປ່ເພໃຫຍ່ເກີນຄວາມສາມາດ ເຂົາເຈົ້າຈະສະເໜີໄປຂໍຄວາມຊ່ວຍເຫລືອຈາກຂະແໜງການທີ່ກ່ຽວ ຂ້ອງຈາກຂັ້ນເມືອງມາຊ່ວຍສ້ອມແປງໃຫ້ ພອ້ມນັ້ນ ຊາວບ້ານຍັງມີຄວາມເປັນເອກະພາບກັນ ສ້າງຕັ້ງກອງທຶນບູລະນະສ້ອມແປງ ໂຄງການຍ່ອຍດັ່ງກ່າວຕຶ່ມອີກ, ໃນຕໍ່ໜ້າເວລາເປເພກໍສາມາດນໍາເອົາເງິນຈາກກອງທຶນດັ່ງກ່າວມາສ້ອມແປງໄດ້, ເພື່ອເຮັດໃຫ້ກອງທຶນຖຶກນໍາໃຊ້ຢ່າງຖຶກຕ້ອງ ແລະ ໂປ່ງໃສ ຊາວບ້ານຍັງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງ, ບົວລະບັດຮັກສາກອງທຶນ ແລະ ໂຄງການຢ່າງລະອຽດ ໂດຍຕົກລົງເປັນເອກະພາບ ເກັບເງິນ 10.000 ກີບ ຕໍ່ຄອບຄົວຕໍ່ປີ. ມາຮອດປະຈຸບັນ ກອງທຶນດັ່ງກ່າວສາມາດສະສົມເງິນໄດ້ 1.980.000 ກີບ. ນອກນັ້ນ ເພື່ອເປັນການຄຸ້ມຄອງປົກປັກຮັກສາໂຮງຮຽນ ໃຫ້ມີຄວາມຈົບງາມ ຊຸມຊົນຍັງໄດ້ເຮັດຮົ້ວອ້ອມໂຮງຮຽນ ພ້ອມທັງປູກຕົ້ນໄມ້ກິນໝາກ ແລະ ໄມ້ປະດັບອ້ອມໂຮງຮຽນຢ່າງສວຍງາມ ທັງຮັກສາສິ່ງແວດລ້ອມໄປພ້ອມໆກັນ.

 

ທ່ານ ອຸ່ນຄໍາ, ເລຂາພັກບ້ານ ນາຍບ້ານໆ ນໍ້າບໍ່ຕາໄກ່ ໄດ້ກ່າວວ່າ: ປະຊາຊົນບ້ານຂອງພວກເຮົາມີຄວາມພາກພູມໃຈ ແລະ ດີໃຈຫຼາຍທີ່ໄດ້ໂຮງຮຽນຫຼັງນີ້ເພີ່ມອີກໃຫ້ລູກ-ຫຼານໄດ້ມີບ່ອນສຶກສາຮໍ່າຮຽນ, ພວກເຮົາຈະພ້ອມພາກັນປົກປັກຮັກສາໂຮງຮຽນຫຼັງນີ້ໃຫ້ໄດ້ນໍາໃຊ້ໄດ້ຢ່າງຍາວນານ ທັງໃຫ້ຄຸ້ມຄ່າໃນການລົງທຶນຂອງພັກ-ລັດ ແລະ ຂໍຂອບອົກຂອບໃຈມາຍັງການນໍາພັກ-ລັດ ກໍຄືຂັ້ນເທິງເປັນຢ່າງສູງ.

 

 

 

Primary School is still in a good utilization in Bortakai Village since the completion of 3 years ago.

 

 

 

Bortakai village is a Khmu ethnicof Kum ban Nathong at Namor District in Oudomxay Province has a total population of 343 people, 174 women, and 66 families. In the past, accessing to the infrastructure, especially the schools, were in old traditional structure and incomplete schools and were inadequate due to too many students and in the rainy season the school roof was leaking caused unable to study.

 

Therefore, in the Kum ban Development Plan (KDP) Meeting, the village representatives of Bortakai village and representatives from other villages in the Kum ban have consulted and endorsed the KDP’s Priorities. And then, the District Planning and Cooperation Meeting was organized which involved by various concerned sectors, Kum ban representatives , representatives from other INGOs, NGOs and other local development agencies working in the district and through the consultation, Bortakai village got supported by PRF in 2017. The village received a 03 class-rooms primary school construction which costs over 263 million kip, included the community contribution both in local materials and labour calculated as about 27 million kip

 

The Primary school construction was started in early 2017, but with the needs of the villagers themselves to be ownership for the construction; they contributed …and other labours. In addition, the local authority of the village is actively supporting which enable to contribute the materials available in the village in timely manner for the construction as well as to monitor the quality of the materials that the contractor has brought it to the site to ensure that all materials met as the standard of design and the construction is strictly followed as an agreed design plan with a high responsibility. The community has divided their responsibility clearly. The village implementation team (VIT) followed up the school construction each day. Therefore, the school construction was completed in the mid 2017 as planned. After the completion of the construction, in order to have the school construction sustainability and a long-term utilization, PRF coordinated with technical from Education Sector provided the training on Operation and Maintenance (O&M) for O&M unit at the village to ensure that the villagers can repair schools by themselves when it is broken.  

 

In the case of a big damage which over the capabilities, they will propose for help with the concerned sectors at district level to help repair. In addition, the villagers also set up the O&M village fund for the sub-project as well which they can use money from the O&M village fund to repair the sub-project in the future. To ensure that the village fund can be used correctly and transparently, the villagers also set up the responsibility management team for the O&M village fund and sub-projects obviously by agreeing to collect 10,000 kip per family per year. Up to now the village fund can the fund has been able to accumulate 1,980,000 kip. In addition, in order to manage and maintain the school in a good condition, the community has also built a fence around the school and planted trees and flowers around the school.

 

Mr. Ounkham, secretary of the village Party, Head of the Bortakai village said: "Our villagers are very happy to have this new school building for our children to study in. We all will help together to maintain this school for long-term utilization worth with the Government’s wise investment and highly thanks for the Government."