ກຸ່ມບ້ານນະຄອນ ເມືອງນ້ຳບາກ ມີຕະຫຼາດຊຸມຊົນຫຼັງໃໝ່ຊົມໃຊ້

Posting Date: 
11 Mar 2015

  ​ໂດຍ: ພູທອນ ພົມມະພາວັນ ທລຍ ນ້ຳບາກ

           

ກອງທຶນຫລຸດຜ່ອນຄວາມທຸກຍາກ ຫຼື ທລຍ ແມ່ນໂຄງການລັດຖະບານ ທີ່ມີຄວາມຮັບຜິດຊອບຕໍ່ກັບພາລະກິດ  ດ້ານພັດທະນາຊຸມຊົນ ແລະ ຫລຸດຜອ່ນຄວາມທຸກຍາກໃຫ້ແກ່ພໍແມ່ປະຊາຊົນໃນເຂດຊົນນະບົດ ທີ່ກວາມເອົາ 80% ຂອງພົນລະເມືອງລາວ.

ການຈັດຕັ້ງປະຕິບັດໂຄງການຂອງ ທລຍ ແມ່ນນໍາໃຊ້ຮູບແບບ ແລະ ວິທີການພັດທະນາທີ່ຂັບເຄື່ອນໂດຍຊຸມຊົນແບບເຕັມຮູບແບບ, ເນື່ອງຈາກ ຮູບແບບດັ່ງກ່າວ ແມ່ນຮູບແບບ ທີ່ສ້າງໃຫ້ຊຸມຊົນມີຄວາມເຂັ້ມແຂງ ແລະ ມີຄວາມເປັນເຈ້ົ້າຕົນເອງໃນການພັດທະນາບ້ານຂອງເຂົາເຈົ້າດ້ວຍຕົວຂອງເຂົາເຈົ້າເອງ, ເປັນຕົ້ນແມ່ນ ພໍແມ່ປະຊາຊົນຂັ້ນບ້ານ ອໍານາດການປົກຄອງຂັ້ນກຸ່ມບ້ານ ໄດ້ເຂົ້າຮ່ວມຂະບວນການຈັດຕັ້ງປະຕິບັດ ຊຶ່ງເລີ້ມຈາກການເກັບກໍາຂໍ້ມູນ ແລະ ວິເຄາະບັນຫາຂອງບ້ານ, ກຳນົດບຸລິມາສິດຄວາມຕ້ອງການຂອງບ້ານ ເພື່ອແກ້ໄຂບັນຫາທີ່ຫຍຸ້ງຍາກ ກີດຂວາງການພັດທະນາບ້ານຂອງເຂົາເຈົ້າດ້ວຍຕົວເອງ ໄປຈົນເຖິງການກໍ່ສ້າງໂຄງການຍ່ອຍ ແລະ ສ້າງຂະບວນການບູລະນະສ້ອມແປງ ສິ່ງທີ່ເຂົາເຈົ້າໄດ້ຮັບໃນແຕ່ລະປີ ທີ່ ທລຍ ໃຫ້ການຊ່ວຍເຫຼືອ ເພາະມັນແມ່ນຮູບແບບວິທີການທີເຮັດວຽກຮ່ວມກັບຊຸມຊົນຢ່າງເປັນລະບົບຄົບຊຸດ, ທັງເປັນການສ້າງຄວາມເຂັ້ມແຂງໃຫ້ທັງອໍານາດການປົກຄອງ ແລະ ຊຸມຊົນ, ສະນັ້ນຍຸດທະສາດນີ້ ແມ່ນອອກແບບແທດເໝາະກັບສະພາບການພັດທະນາຊົນນະບົດຂອງລາວ ແລະ ສອດຄ່ອງກັບນະໂຍບາຍຂອງລັດຖະບານທີ່ວ່າ “ທຸກສິ່ງທຸກຢ່າງແມ່ນມາຈາກຄວາມຕ້ອງການຂອງປະຊາຊົນ ຈັດຕັ້ງປະຕິບັດໂດຍຊຸມຊົນ ແລະ ເພື່ອຜົນປະໂຫຍດຂອງຊຸມຊົນຜູ້ທຸກຍາກ ແລະ ປະຊາຊົນບັນດາເຜົ່າ”.​ ໂດຍສະເພາະແມ່ນ ການພັດທະນາພື້ນຖານໂຄງລ່າງຂະໜາດນ້ອຍ ຢູ່ໃນ 4 ກຸ່ມບ້ານ ຂອງເມືອງນ້ຳບາກຄື: ກຸ່ມບ້ານນະຄອນ, ກຸ່ມບ້ານນ້ຳດວ່ນ, ກຸ່ມບ້ານນໍ້າສັດ ແລະ ກຸ່ມບ້ານຊົ່ງຈ່າ. 

ໃນຮອບວຽນທີ 11 ສົກປີ 2013-2014. ທລຍ ​ໄດ້​ໃຫ້ການ​ສະໜັບ​ສະ​ໜູນ ການພັດທະນາພື້ນຖານໂຄງລ່າງຂະ ໜາດນ້ອຍ ຢູ່ໃນ 4 ກຸ່ມບ້ານ ຂອງເມືອງນ້ຳບາກຄື: ກຸ່ມບ້ານນະຄອນ, ກຸ່ມບ້ານນ້ຳດ່ວນ, ກຸ່ມບ້ານນໍ້າສັດ ແລະ ກຸ່ມບ້ານຊົ່ງຈ່າ.  ດ່ັງ​ນັ້ນ ​ໃນ​​ເດືອນ ກຸມພາ 2015 ທີ່​ຜ່ານ​ມາ​ນີ້ ບ້ານນະຄອນ, ເມືອງນໍ້າບາກ, ແຂວງຫຼວງພະບາງ ກໍ່ໄດ້ຈັດພິທີມອບ​ຮັບ ​ແລະ ​ເປີດນໍາໃຊ້ຕະຫຼາດຊຸມຊົນຂື້ນ.   ​ໃນ​ພິທີ​ດັ່ງກ່າ​ວ ​ເປັນກຽດເຂົ້າຮວ່ມຂອງທ່ານ ບຸນສົງ ລັດສະໜີ ຄະນະປະຈຳພັກເມືອງ, ປະທານກວດກາ ພັກ-ລັດເມືອງ, ທ່ານ ພູທອນ ພົມມະພາວັນ ຜູ້ຮັບຜິດຊອບວຽກງານກອງທືນຫລຸດຜ່ອນຄວາມທຸກຍາກຂັ້ນເມືອງ, ​ໃນ​ນັ້ນ​ມີແຂກຖືກເຊີນຈາກບັນດາຫ້ອງການຕ່າງໆ​ຂັ້ນ​ເມືອງ, ນາຍບ້ານອອ້ມຂ້າງ ພ້ອມດວ້ຍພໍ່ແມ່ປະຊາຊົນເຂົ້າຮວ່ມຢ່າງຫຼວງຫຼາຍ. ໃນ​ພິທີ​ດ່ັງກ່າວ ຕອນ​ໜຶ່ງ​ຂອງ​ບົດລາຍ​ງານ​​ ທ່ານ ສົມຄິດ ອິນທະນາຈັກ ນາຍບ້ານ-ບ້ານນະຄອນ ກຸ່ມ​ນະຄອນ ​ເມືອງ​ນໍ້າ​ບາກ​ແຂວງ​ຫລວງ​ພະ​ບາງ​ໄດ້ ກ່າວ​ວ່າ​:  ພວກ​ເຮົາ​ໄດ້​ນໍາ​ໃຊ້ທຶນ​ເຂົ້າໃນການກໍ່ສ້າງຕະຫຼາດຊຸມຊົນຫລັງ​ນີ້ ​ມີ​ຈໍານວນ​ທັງ​ໝົດ 200 ລ້ານ​ກວ່າ​ກີບ ​ໃນ​ນີ້ ທຶນ​ທີ່​ໄດ້​ຮັບຈາກ ທລຍ ​ແມ່ນ 142 ລ້ານ​ກວ່າ​ກີບ ​ແລະ ຊາວບ້ານ​ປະກອບສ່ວນ 63 ລ້ານ​ກວ່າ​ກີບ, ຊຶ່ງ​ພວ​ກເຮົາ​ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 28 ເມສາ ຫາວັນທີ 28 ກໍລະກົດ 2014 ຈຶ່ງສຳເລັດການ​ກໍ່ສ້າງ, ພວກ​ເຮົາ​ໄດ້ໃຊ້ເວລາໃນການກໍ່ສ້າງພຽງ​ແຕ່ 90 ວັນ. ຕະຫຼາດດັ່ງກ່າວເປັນອາຄານຊັ້ນດຽວ ມີຄວາມຍາວ 15 ແມັດ, ກວ້າງ 10 ແມັດ, ພື້ນປູດວ້ຍເບ່ຕົ່ງ, ມຸງດວ້ຍສັງກະສີ. ​ໂຄງການ​ຍ່ອຍນີ້​ແມ່ນ​ມາ​ຈາກ​ຄວາມ​ຕ້ອງການ​ຂອງ​ປະຊານ​ເຮົາ​ເອງ ຈຸດປະສົງ​ຂອງ​ການ ກໍ່ສ້າງ​ແມ່ນ​ເພື່ອສ້າງ​ສິ່ງ​ອຳນວຍຄວາມສະດວກ ໃຫ້ແກ່ພໍ່ແມ່ປະຊາຊົນພາຍໃນກຸ່ມບ້ານ ກ່ຽວ​ກັບ​ການຈໍລະຈອນສິນຄ້າ, ແລກປຽ່ນຊື້ຂາຍ ​ໃຫ້ໄດ້ທຸກລະດູການ ​ແລະ ມາ​ຮອດມື້​ນີ້ພວກ​ເຮົາ​ກໍ​ໍ່​ແມ່ນໄດ້​​ເຮັດ​ສໍາ​ເລັດ​ຕາມ​ຄວາມ​ຕ້ອ​ງການ​ຂອງ​ຊາວບ້ານ​ພວກ​ເຮົາ​ແລ້ວ ຂ້າພະ​ເຈົ້າ ຕາງໜ້າ​ໃຫ້​ຊາວບ້ານ​ຂໍ​ສະ​ແດງ​ຄວາມ​ຊົມ​ຊົມ​ເຊີຍ ພໍ​ແມ່​ປະຊາຊົນ ທີ່​ໄດ້​ເອົາ​ໃຈ​ໃສ່​ ຮ່ວມ​ມືສາມັກຄີ​ກັນ​ປະກອບສ່ວນ ຈົນ​ເຮັດ​ໃຫ້​ຕະລາດ​ຂອງ​ພວກ​ເຮົາ​ຖຶກກໍ່​ສ້າງ​ສໍາ​ເລັດ​ສົມບູນ ​ແລະ ຂໍ​ຂອບ​ອົກ​ຂອບ​ໃຈ​ນໍາ​ຂັ້ນ​ເທິງ ​ແລະ ທຸກ​ພາກສ່ວນ​ທີ່​ໃຫ້ການ​ຊ່ວຍ​ເຫຼືອກຸ່ມ​ບ້ານ​ຂອງ​ພວກ​ເຮົາ ​ໃນ​ຂັ້ນ​ຕໍ່​ໄປ​ຕະຫລາດ​ຫລັງ​ນີ້​ແມ່ນ​ ເປັນ​ຂອງ​ພວກ​ເຮົາ ພວກ​ເຮົາ​ຈະ​​ໄດ້ພ້ອມກັນ​ປົກ​ປັກ​ຮັກສາ ​ແລະ ຊົມ​ໃຊ້​ໃຫ້​ເກີດ​ປະ​ໂຫຽດ​ສູງ​ສຸດ​ແກ່​ພໍໍ່​ແມ່​ປະຊາຊົນ​ໃນ​ກຸ່ມ​ບ້ານ​ຂອງ​ພວກ​ເຮົາສືບ​ຕໍ່​ໄປ. ຕໍ່​ຈາກ​ນັ້ນ  ຕາງໜ້າ​ໃຫ້ກອງທືນຫລຸດຜ່ອນຄວາມທຸກຍາກ ກໍ່ໄດ້ມອບໂຄງການກໍ່ສ້າງໃຫ້ທາງອຳນາດການປົກຄອງເມືອງ​ເພື່ອ​ຊົມ​ໃຊ້, ປົກ​ປັກ​ຮັກສາ ແລະ ອຳນາດການປົກຄອງເມືອງກໍ່ໄດ້ມອບຕໍ່ໃຫ້ທາງອຳນາດການປົກຄອງບ້ານ ເປັນຜູ້ຊົມໃຊ້, ປົກປັກຮັກສາ ບູລະນະ​ສ້ອມ​ແປງ​ເວລາ​ເປ​ເພ​ຊຸດ​ຊົມ ​ເພື່ອ​ຮັບປະກັນ​ໃຫ້​ຕະຫລາດ​ຫລັງ​ນີ້ຖຶກນຳໃຊ້ໃຫ້ໄດ້ຍາວນານ ​ແລະ ກຸ້ມ​ຄ່າແກ່​ການ​ລົງທຶນ​ຂອງ​ພັກ ​ແລະ ລັດຖະບານ, ຕອບ​ສະໜອງ​ ,​ແກ້​ໄຂ​ໄດ້ບັນຫາການ​ຂາດ​ຕະຫລາດ​ໃນ​ເຂດ​ຊົນນະ​ບົດ​ຕໍ່​ກັບ​ການ​ສ້າງ​ລາຍ​ຮັບ​ໃຫ້​ກັບ​ພໍ່​ແມ່​ປະຊາຊົນ​.

Attachment: