ກອງປະຊຸມວຽກງານຕິດຕາມ-ປະເມີນຜົນຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ) [1]
ກອງປະຊຸມວຽກງານຕິດຕາມ-ປະເມີນຜົນຂອງກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ)
ໃນລະຫວ່າງວັນທີ 13-16 ສິງຫາ 2019 ທລຍ ໄດ້ຈັດກອງປະຊຸມ ວຽກງານຕິດຕາມ-ປະເມີນຜົນຂອງ ທລຍ ຂຶ້ນທີ່ນະຄອນຫຼວງວຽງຈັນ ໃນມື້ເປີດກອງປະຊຸມໂດຍການເປັນປະທານຂອງ ທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ແລະ ການເຂົ້າຮ່ວມຂອງ 4 ຂະແໜງການຈາກກະຊວງທີ່ກ່ຽວຂ້ອງ, ຂະແໜງງານ ແລະ ໜ່ວຍງານຂອງ ທລຍ ແລະ ພະນັກງານຕິດ ຕາມ-ປະເມີນຜົນຈາກ 10 ເປົ້າໝາຍຂອງ ທລຍ ເຂົ້າຮ່ວມທັງໝົດ ຈໍານວນ 29 ທ່ານ.
ຕະຫຼອດໄລຍະເກືອບ 3 ປີ ຜ່ານມາຂອງ ທລຍ 3 (2017-2019) ຂະແໜງຕິດຕາມ-ປະເມີນຜົນ ສາມາດປະເມີນຜົນສໍາເລັດຂອງ 21 ໂຕຊີ້ບອກ ຕົວຢ່າງ:
ໂຕຊີ້ບອກ |
ຄາດໝາຍທີ່ວາງໄວ້(%) |
ປະຕິບັດໄດ້(%) |
ຕາງໜ້າຄົວເຮືອນ ໃນບ້ານເຂົ້າຮ່ວມຄັດເລືອກໂຄງ ການຍ່ອຍ |
75% |
87.8% |
ການເຊື່ອມສານແຜນກຸ່ມບ້ານຂອງ ທລຍ ເຂົ້າໃນແຜນຂອງພັດທະນາເສດຖະກິດສັງຄົມຂອງເມືອງ |
75% |
80.6% |
ໂຄງການຍ່ອຍທີ່ມີຄຸນນະພາບດ້ານວິຊາການສູງ |
85% |
92% |
ຜູ້ໄດ້ຮັບຜົນປະໂຫຍດມີຄວາມເພີ່ງພໍໃຈກັບຂະບວນການວາງແຜນແບບມີສ່ວນຮ່ວມ ທີ່ສະໜັບສະໜູນໂດຍ ທລຍ |
80% |
95% |
ແມ່ຍິງມີສ່ວນຮ່ວມໃນການຄັດເລືອກໂຄງການຍ່ອຍທັງໝົດ 1.169 ໂຄງການ |
90% |
93% |
ຊົນເຜົ່າເຂົ້າຮ່ວມໃນການຄັດເລືອກໂຄງການຍ່ອຍ |
70% |
84% |
ໂຄງການຍ່ອຍທີ່ຍັງນໍາໃຊ້ເປັນປົກກະຕິ ແຕ່ປີ 2012 ຫາປີ 2018 ມີ 2.482 ໂຄງການໃນຈໍານວນທັງໝົດ 2.613 ໂຄງການຍ່ອຍ |
80% |
94.98% |
ຂໍ້ຂ້ອງໃຈ ແລະ ຂໍ້ຂັດແຍ່ງ ທີ່ໄດ້ບັນທຶກ ແລະ ໄດ້ຮັບການແກ້ໄຂຕາມຂັ້ນຕອນ |
90% |
100% |
ທ່ານ ຈິດ ທະວີໃສ, ຜູ້ອໍານວຍການບໍລິຫານ ທລຍ ໄດ້ກ່າວວ່າ: “ວຽກງານຕິດຕາມປະເມີນຜົນເປັນວຽກງານໃຈກາງ ໃນການຕີລາຄາຜົນໄດ້ຮັບທາງດ້ານປະລິມານ ແລະ ຄຸນນະພາບຂອງ ທລຍ ທັງເປັນເຄື່ອງມືທີ່ສໍາຄັນ ໃນການຕິດຕາມການຈັດຕັ້ງປະຕິບັດວຽກງານຂອງ ທລຍ ວ່າໄດ້ດໍາເນີນການໄປຕາມຄູ່ມືຈັດຕັ້ງປະຕິບັດຂອງໂຄງການຫຼືບໍ່, ໂຄງການຍ່ອຍຕ່າງໆໄດ້ກໍ່ສ້າງໄດ້ມາດຕະຖານຕາມແບບຫຼືບໍ່, ມີຄວາມໂປ່ງໃສແລ້ວບໍ່, ເວົ້າລວມແລ້ວ ເປັນຜູ້ຕິດຕາມກວດກາ-ປະເມີນຜົນຂອງແຕ່ລະໜ້າວຽກທີ່ນອນໃນຮອບວຽນຈັດຕັ້ງປະຕິບັດຂອງໂຄງການຍ່ອຍ ແລະ ໃຫ້ຄໍາຄິດຄໍາເຫັນ ວ່າຄວນມີການປັບປຸງແນວໃດໃນຕໍ່ໜ້າ ເພື່ອໃຫ້ ທລຍ ດໍາເນີນວຽກໄປຢ່າງມີຮູບແບບ ແລະ ແບບແຜນທີ່ດີ”.