ສໍາເລັດສໍາຫຼວດ ອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ 6 ໂຄງການຍ່ອຍ [1]
ສໍາເລັດສໍາຫຼວດ ອອກແບບ ແລະ
ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ 6 ໂຄງການຍ່ອຍ
ໃນລະຫວ່າງວັນທີ 15 ມີນາ- 03 ເມສາ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ(ທລຍ)ເມືອງວຽງພູຄາ, ຂະແໜງ ກະສິກໍາ ແລະ ປ່າໄມ້ເມືອງວຽງພູຄາ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນເມືອງ ສົມທົບກັບຜູ້ປະສານງານຂັ້ນກຸ່ມບ້ານ, ອົງການປົກຄອງບ້ານຕະຫຼອດຮອດຊຸມຊົນພາຍໃນບ້ານ ໄດ້ລົງສໍາຫຼວດອອກແບບ ແລະ ປະເມີນຜົນກະທົບທາງດ້ານສັງຄົມ ແລະ ສິ່ງແວດລ້ອມ ໂຄງການຍ່ອຍຢູ່ແຕ່ລະບ້ານທີ່ຈະໄດ້ຮັບໂຄງການໃນ ປີ 2020 ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 192 ຄົນ, ຍິງ 81 ຄົນ.
6 ໂຄງການຍ່ອຍດັ່ງກ່າວປະກອບມີ:
1. ໂຄງການສ້ອມແປງຊົນລະປະທານ ບ້ານ ປລາງ, ກຸ່ມບ້ານ ນໍ້າສີງ;
2. ໂຄງການຈັດສັນເຂດລ້ຽງສັດ ບ້ານ ນໍ້າແອງ, ກຸ່ມບ້ານ ນໍ້າສີງ;
3. ໂຄງການສ້ອມແປງທາງ+ຂົວໄປໂຮງຮຽນ ບ້ານ ນໍ້າຈຣິ, ກຸ່ມບ້ານ ນໍ້າແພ;
4. ໂຄງການສະໜອງເຟີນີເຈີໃສ່ຫ້ອງຮຽນ ບ້ານ ນໍ້າແພ, ກຸ່ມບ້ານ ນໍ້າແພ;
5. ໂຄງການສ້ອມແປງທາງໄປຫາເຂດຜະລິດ ບ້ານ ຫ້ວຍຫົກ, ກຸ່ມບ້ານ ທົ່ງລາດ;
6. ໂຄງການ ສ້ອມແປງ ແລະ ສະໜອງເຟີນີເຈີໃສ່ຫ້ອງຮຽນ ບ້ານ ນໍ້າກາບໃຕ້, ກຸ່ມບ້ານທົ່ງລາດ.
ໂຄງການທັງໝົດເຫຼົ່ານັ້ນ ຈະນໍາໃຊ້ທຶນຊ່ວຍເຫຼືອຂອງອົງການພັດທະນາ ແລະ ຮ່ວມມືຂອງປະເທດສະວິດເຊີແລນ(SDC) ທັງໝົດ 756 ລ້ານກີບ ແລະ ນໍາໃຊ້ຮູບແບບຊຸມຊົນເປັນຜູ້ຈັດຕັ້ງປະຕິບັດເອງ ແລະ ຄາດວ່າຈະເລີ່ມລົງມືຈັດຕັ້ງປະຕິບັດໃນຕົ້ນເດືອນພຶດສະພາ 2020.