ປະກາດຮັບສະໝັກພະນັກງານບໍລິຫານ-ການເງິນ ປະຈໍາຢູ່ແຂວງຊຽງຂວາງ

Country: 
Lao PDR
Project: 
ກອງທືນຫລຸດຜ່ອນຄວາມທຸກຍາກ
Position Description: 
ບໍລິຫານ-ການເງິນຂັ້ນແຂວງ
Grant No.: 
H685-LA
Project No.: 
P 123480
Date of Issue: 
Wednesday, February 11, 2015
Closing Date: 
Tuesday, February 24, 2015


 ປະກາດຮັບສະໝັກພະນັກງານ

 ກອງ​ທຶນ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ເປັນ​ໂຄງ​ການ​ໜຶ່ງ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານກໍ່​ຄື​ຄະ​ນະ​ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ລຶບ​ລ້າງຄວາມ​ທຸກ​ຍາກ​ຂັ້ນ​ສູນ​ກາງ, ຫ້ອງວ່າ​ການ​ລັດ​ຖະ​ບານ ໄດ້​ຮັບ​ທຶນ​ຊ່ວຍ​ເຫລືອ​ຈາກ​ທະ​ນາ​ຄານ​ໂລກ, ອົງ​ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ​ປະ​ເທດ​ສະ​ວິດ​ເຊີ​ແລນ,ອົງ​ການຊ່ວຍເຫລືອອົດ​ສ໌​ຕາ​ລີ ແລະ ກອງທຶນ​ພັດ​ທະ​ນາ​ສັງ​ຄົມ​ຂອງ​ຍີ່​ປຸ່ນ ເພື່ອ​ສະ​ໜອງພື້ນ​ຖານ​ໂຄງ​ລ່າງ​ຂະ​ໜາດ​ນ້ອຍ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ປະ​ຊາ​ຊົນ​ຢູ່​ກຸ່ມ​ບ້ານ​ທີ່​ທຸກ​ຍາກລວມທັງກິດຈະກໍາປັບປຸງຊີວິດການເປັນຢູ່ ເພື່ອຄໍ້າປະກັນດ້ານໂພຊະນາການ (ຄປພ). ທ​ລຍ ໄດ້​ຮັບ​ການ​ສືບ​ຕໍ່​ໂຄງ​ການ​ໄລ​ຍະ​ທີ​ສອງ(2012-2016)ຊຶ່ງປະຈຸບັນມີ​ຄວມ​ຕ້ອງ​ການ ພະ​ນັກ​ງານ ບໍລິຫານ-ການເງິນ 01ຕຳ​ແໜ່ງ ປະຈໍາ ຢູ່ຫ້ອງການ ທລຍ ແຂວງຊຽງຂວາງລາຍ​ລະ​ອຽດ​ດັ່ງ​ລຸ່ມນີ້:

 ໜ້າທີ່ ແລະ ຄວາມຮັບຜິດຊອບຫລັກ:

 ·         ບັນທຶກ ແລະ ປ້ອນຂໍ້ມູນທາງດ້ານການບັນຊີລົງຕາຕະລາງເອັກເຊວ ຫລື ລະບົບຖານຂໍ້ມູນ ທີ່ກໍານົດໄວ້ຢ່າງຖືກຕ້ອງ ແລະ ຊັດເຈນ. ບັນທຶກທຸກໆລາຍຮັບ ແລະ ລາຍຈ່າຍ ທີ່ເກີດຂຶ້ນຢູ່ພາຍໃນ ແຂວງ ໃນແຕ່ລະມື້.

 ·         ກວດກາທຸກໆເອກະສານທາງການເງິນ ແລະ ບັນຊີ ແລະ ບັນທຶກການໃຊ້ຈ່າຍ ເພື່ອຮັບປະກັນວ່າ ຂໍໍ້ມູນບັນທຶກ ແລະ ການເບີກຈ່າຍຖືກຕ້ອງກັບງົບປະມານ, ລະບຽບຫລັກການ ແລະ ການອະນຸມັດຂອງ ທລຍ.

 ·         ກວດກາການເບີກຈ່າຍງົບປະມານທຸກໆໂຄງການຍ່ອຍ (ການເຮັດເບີກຈ່າຍຢູ່ຂັ້ນກຸ່ມບ້ານ) ແລະ ການກວດກາການເບີກຈ່າຍງົບປະມານບໍລິຫານຕ່າງໆ ເປັນຕົ້ນແມ່ນເງິນລ່ວງໜ້າໄປເຮັດວຽກຢູ່ພາກສະໜາມຂອງພະນັກງານຂັ້ນແຂວງ ແລະ ເມືອງ

 ·         ກວດກາຄຳຮ້ອງ ແລະ ທຸກໆປະເພດໃບສະເໜີຂໍເບີກຈ່າຍ ຢ່າງລະອຽດຮອບຄອບ, ແລະຈະຕ້ອງມີການເຊັນຢັ້ງຢືນຄວາມຖືກຕ້ອງ ກ່ອນສະເໜີຂໍອະນຸມັດຈາກຜູ້ປະສານງານແຂວງ.

 ·         ກວດກາ ແລະ ສົມທຽບບັນຊີ ແລະ ລົງບັນທຶກ ຕາມຄວາມຈຳເປັນ ແລະ ຮຽກຮ້ອງຕ້ອງການ

 ·         ຮັບປະກັນການປິດບັນຊີ ໃນແຕ່ລະເດືອນ, ສົມທຽບບັນຊີ, ກະກຽມໃບລາຍງານສົມທຽບບັນຊີ ທັງໝົດ ແລະ ສົ່ງບົດລາຍງານຫາຂັ້ນສູນກາງ ຕາມກໍານົດເວລາ

 ·         ຮັບຜິດຊອບຊີ້ນຳພະນັກງານ ໃນການຮັກສາບັນຊີຊັບສົມບັດທຸກປະເພດຂອງກອງທຶນ ທີ່ມີຢູ່ໃນແຂວງ, ສົ່ງລາຍງານຊັບສົມບັດຄົງທີ່ ຫາຂັ້ນສູນກາງຢ່າງເປັນປົກກະຕິ

 ·         ສ້າງ ແລະ ບໍລິຫານ ຖານຂໍ້ມູນດ້ານການເງິນຢູ່ຂັ້ນແຂວງ ພ້ອມທັງຮັບຜິດຊອບກ່ຽວກັບ ການເກັບຮັກສາເອກະສານອ້າງອີງທາງດ້ານການເງິນທຸກປະເພດຢູ່ພາຍໃນແຂວງ.

 ·         ຕິດຕາມກວດກາການໄຫລວຽນຂອງເງິນຢູ່ຂັ້ນແຂວງ ພ້ອມທັງປະກອບເອກະສານໃນການລາຍງານ ແລະ ຂໍຄ່ຽນເງິນເຂົ້າບັນຊີໃຫ້ສູນກາງພິຈາລະນາ

 ·         ກວດກາ-ຕິດຕາມການເບີກຈ່າຍເງິນຢູ່ຂັ້ນເມືອງ ແລະ ກຸ່ມບ້ານ ຢ່າງເປັນປົກກະຕິ

 ·         ຝຶກອົບຮົມວຽກງານການເງິນໃຫ້ແກ່ພະນັກງານການເງິນຂັ້ນຂັ້ນເມືອງ ແລະ ກຸ່ມບ້ານ

 

 ຄຸນວຸດທີ ແລະ ປະສົບການ ສໍາລັບຜູ້ສະໝັກ:

 ·         ຮຽນຈົບດ້ານການເງິນ ຫລື ບັນຊີ, ບໍລິຫານທຸລະກິດ ແລະ ຂະແໜງການອື່ນໆ ທີ່ກ່ຽວຂ້ອງ

 ·         ມີປະສົບການເຮັດວຽກດ້ານບັນຊີ 2 ປີ ຫລື ຫລາຍກວ່າ

 ·         ມີຄວາມຮູ້ກ່ຽວກັບລະບົບບັນຊີສາກົນ

 ·         ມີປະສົບການໃນການເປັນຄູຝຶກດ້ານບັນຊີ ໃຫ້ພະນັກງານໂຄງການ ແລະ ຊຸມຊົນມາກ່ອນ

 ·         ມີປະສົບການ ຫລື ຄວາມຮູ້ກ່ຽວກັບການບໍລິຫານໂຄງການຂອງລັດຖະບານ ແລະ ສາກົນ

 ·         ມີຄວາມຮູ້ ແລະ ທັກສະໃນການນຳໃຊ້ຄອມພິວເຕີ ໂດຍສະເພາະ MS-. Word  and MS Excel ເພື່ອຄິດໄລ່ ແລະ ເຮັດບົດລາຍງານການເງິນ

 ·         ມີຄວາມຮູ້ທາງດ້ານພາສາອັງກິດຂັ້ນພື້ນຖານ

 

 ເງື່ອນໄຂອື່ນໆ ທີ່ຕ້ອງການ:

 ·         ມີຄວາມຊື່ສັດ, ສາມາດປະຕິບັດວຽກຢູ່ໃນລະບຽບຫລັກການ ຂອງໂຄງການວາງອອກ (ມີຫລັກໝັ້ນດ້ານສິລະທຳ, ເປັນກາງ ແລະ ໂປ່ງໃສ, ມີການວິເຄາະ, ພິຈາລະນາ ແລະ ແກ້ໄຂບັນຫາໄດ້ດີ, ກ້າຕັດສິນໃຈ,...)

 ·         ສາມາດເຮັດວຽກແບບອິດສະຫລະ, ສາມາດເຮັດວຽກພາຍໃຕ້ຄວາມກົດດັນ ຕາມຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ຂອງໂຄງການ ແລະ ພາຍໃຕ້ການຄວບຄຸມ ແລະ ຊີ້ນຳຈາກຂັ້ນເທິງໜ້ອຍທີ່ສຸດ.

 ·         ສາມາດເດີນທາງໄປເຮັດວຽກໃນເຂດຫ່າງໄກສອກຫລີກ

 ·         ສາມາດສື່ສານພາສາຊົນເຜົ່າໃດໜຶ່ງທີ່ນໍາໃຊ້ກັນຢູ່ໃນທ້ອງຖິ່ນ ແຂວງສາລະວັນ  ຈະໄດ້ຮັບການພິຈາລະນາເປັນພິເສດ.

 ·         ຜູ້ສະໝັກທີ່ເປັນເພດຍິງ ຫລື ຊົນເຜົ່າຈະໄດ້ຮັບການພິຈາລະນາເປັນພິເສດ

 

 ເອກະສານຍື່ນສະໝັກປະກອບມີ:

 ໃບ​ຄຳ​ຮ້ອງ​ສະ​ໝັກ​ງານຂຽນດ້ວຍຕົນເອງເຊິ່ງ​ລະ​ບຸ​ຊື່ຕຳ​ແໜ່ງ,ບ່ອນ​ປະ​ຈຳ​ການ ແລະຄວາມຮູ້ຄວາມສາມາດ ປະສົບການທີ່ສອດຄ່ອງຄວາມຕ້ອງການ, ​ຊີ​ວະ​ປະ​ຫວັດຂອງຜູ້ສະໝັກ ທີ່ລະບຸກ່ຽວກັບປະ​ສົບ​ການ​ຜ່ານ​ມາຢ່າງລະອຽດ ພ້ອມ​ດ້ວຍ​ລາຍ​ລະ​ອຽດ​ຂອງຜູ້ຢັ້ງ​ຢືນ 03 ທ່ານ (ຊື່, ຕໍາແໜ່ງ, ໂທລະສັບ), ສຳ​ເນົາ​ໃບ​ໃບ​ຜ່ານ​ງານ, ໃບ​ແຈ້ງ​ໂທດ, ​ບັດ​ປະ​ຈຳ​ຕົວ ຫລືປຶ້ມ​ສຳ​ມະ​ໂນ​ຄົວ, ພ້ອມ​ດ້ວຍຮູບ​ຖ່າຍ​ບໍ່​ກາຍ 3 ເດືອນ ຂະ​ໜາດ 3X4 01 ໃບໄປ​ທີ່: ຫ້ອງການ ທລຍ ຊຽງຂວາງ ຊຶ່ງຕັ້ງຢູ່ຫ້ອງການພັດທະນາຊົນນະບົດແຂວງຊຽງຂວາງ, ເບີໂທລະສັບ/ແຟັກ: 061 213209. Email: bsynapheng@yahoo.com. sisomboun@yahoo.com ຫລື ສົ່ງມາຫ້ອງການ ທລຍ ສູນກາງ ທີ່ນະຄອນຫລວງວຽງຈັນ ຕັ້ງຢູ່ຫ້ອງວ່າການລັດຖະບານ, ຄະນະພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຂັ້ນສູນກາງ, ໂທລະສັບ 021 261 479-80, ແຟັກ 021 261481.Email: piengngeune@prflaos.org or Khemphone@prflaos.org.

 ກະລຸນາຮັບຊາບວ່າ ກອງທຶນຈະທຳການຕິດຕໍ່ຫາຜູ້ທີ່ເໝາະສົມ ແລະຖືກຕ້ອງຕາມເງິື່ອນໄຂທີ່ຄົບຖ້ວນເທົ່ານັ້ນ ເພື່ອດຳເນີນຂະບວນການປະເມີນ. (ເອກະສານສະໝັກທຸກຢ່າງຈະບໍ່ອະນຸຍາດໃຫ້ຖອນຄືນ).

Attachment: