ກອງປະຊຸມແນະນໍາໂຄງການທຶນເພີ່ມຕື່ມ ທລຍ 3 (2020-2024) ໃຫ້ແກ່ພະນັກງານ ທລຍ ແຂວງອຸດົມໄຊ ແລະ ຊຽງຂວາງ

Posting Date: 
14 May 2020

 

ກອງປະຊຸມແນະນໍາໂຄງການທຶນເພີ່ມຕື່ມ ທລຍ 3 (2020-2024) ໃຫ້ແກ່ພະນັກງານ ທລຍ ແຂວງອຸດົມໄຊ ແລະ ຊຽງຂວາງ

 

 

ໂດຍອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 524/ຫສນຍ ລົງວັນທີ 1 ພຶດສະພາ 2020 ວ່າດ້ວຍການສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດ COVID 19ໃນໄລຍະແຕ່ ວັນທີ 04-17 ພຶດສະພາ 2020, ອີງຕາມຄູ່ມືຈັດຕັ້ງປະຕິບັດ ແລະ ອີງໃສ່ແຜນວຽກປະຈໍາໄຕມາດ 2/2020 ຂອງໂຄງການທຶນເພີ່ມຕື່ມ ທລຍ ໄລຍະທີ 3 ແລະ ທັງເປັນການປະຢັດຄ່າໃຊ້ຈ່າຍໃນການເດີນທາງມາປະຊຸມຮ່ວມກັນ ສະນັ້ນ,ໃນລະຫວ່າງວັນທີ 12-13 ພຶດສະພາ 2020 ກອງທຶນຫຼຸດຜ່ອນຄວາມທຸກຍາກ (ທລຍ), ກະຊວງກະສິກໍາ ແລະ ປ່າໄມ້ ຈຶ່ງໄດ້ຈັດກອງປະຊຸມແນະນໍາໂຄງການນີ້ ໃຫ້ແກ່ພະນັກງານ ທລຍ ຂັ້ນແຂວງ ແລະ ເມືອງເປົ້າໝາຍ ຢູ່ແຂວງອຸດົມໄຊ ແລະ ຊຽງຂວາງ ໃນຮູບແບບເວັ້ນໄລຍະຫ່າງ ນໍາໃຊ້ລະບົບການປະຊຸມແບບອອນລາຍ ໂດຍການເປັນປະທານຂອງທ່ານ ປະສອນໄຊ ອິນສີຊຽງໃໝ່, ຮອງຜູ້ອໍານວຍການ ກອງທຶນຫຼຸດຜ່ອນຄວາມທຸກຍາກ ແລະ ການເຂົ້າຮ່ວມຂອງຄະນະອໍານວຍການ, ພະນັກງານ ທລຍ ສູນກາງເປັນຜູ້ບັນຍາຍ 9 ທ່ານ ລວມທັງໝົດ ຈໍານວນ 28 ທ່ານ, ຍິງ 8 ທ່ານ.

 

ທ່ານ ປະສອນໄຊ ອິນສີຊຽງໃໝ່ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອສ້າງຄວາມເຂົ້າໃຈເປັນເອກະພາບໃຫ້ແກ່ພະນັກງານ ທລຍ ຂັ້ນແຂວງ ແລະ ເມືອງໝົດທຸກຄົນ ກໍາໄດ້ໃນດ້ານນະໂຍບາຍ, ລະບຽບຫຼັກການ, ກິດຈະກໍາ ແລະ ວິທີຈັດຕັ້ງປະຕິບັດຂອງແຕ່ລະພາກສ່ວນ ແລະ ວິທີການຈັດຕັ້ງປະຕິບັດກ່ຽວກັບໂຄງການທຶນເພີ່ມຕື່ມ ທລຍ 3 ກ່ອນການຈັດຕັ້ງປະຕິບັດໂຄງການຢູ່ຂັ້ນທ້ອງຖິ່ນ.

 

ທີ່ກອງປະຊຸມໄດ້ມີການນໍາສະເໜີບັນດາກິດຈະກໍາ, ພາລະບົດບາດ ແລະ ໜ້າວຽກຂອງແຕ່ລະຂະແໜງການ, ໜ່ວຍງານ ແລະ ໄດ້ມີການສົນທະນາ, ປຶກສາຫາລື ແລະ ເຈາະຈິ້ມຢ່າງກົງໄປກົງມາ ໃນນັ້ນ ປະກອບມີ:

 

-       ວຽກງານກະສິກໍາ ແລະ ປັບປຸງຊີວິດການເປັນຢູ່

 

-       ວຽກງານໂພຊະນາການ ແລະ ພັດທະນາຊຸມຊົນ

 

-       ວຽກງານວິສະວະກໍາ

 

-       ວຽກງານບໍລິຫານ-ການເງິນ

 

-       ວຽກງານຈັດຊື້-ຈັດຈ້າງ

 

-       ວຽກງານຕິດຕາມ-ປະເມີນຜົນ

 

-       ແລະ ແຜນການປະຈໍາປີ 2020