ນ້ອງນ້ອຍນັກຮຽນບ້ານປະຈູກາປາ ໄດ້ໂຮງຮຽນປະຖົມຫຼັງໃໝ່ແລ້ວ

Posting Date: 
27 Sep 2019

ນ້ອງນ້ອຍນັກຮຽນບ້ານປະຈູກາປາ ໄດ້ໂຮງຮຽນປະຖົມຫຼັງໃໝ່ແລ້ວ

 ບ້ານປະຈູກາປາ ເປັນບ້ານທີ່ທຸກຍາກວ່າໝູ່ຂອງ 9 ບ້ານທີ່ຂຶ້ນກັບ ກຸ່ມຕະປືນ, ເມືອງຕະໂອ້ຍ ແຂວງສາລະວັນ ເປັນບ້ານຊົນເຜົ່າກະຕາງ ມີພົນລະເມືອງທັງໜົດ 377  ຄົນ, ຍິງ 192 ຄົນ, ມີ 51  ຄອບຄົວ ບ້ານນີ້ຕັ້ງຢູ່ຫ່າງຈາກເທດສະ ບານເມືອງ ປະມານ 30 ກມ;

ເມື່ອເວົ້າເຖິງການສຶກສາ ພາຍໃນບ້ານນີ້ ກໍມີຄວາມຈໍາເປັນ ເພາະເດັກໃນເກນອາຍຸເຂົ້າໂຮງຮຽນກໍມີຫລາຍ ແຕ່ໂຮງຮຽນພັດເກົ່າຊຸດໂຊມ, ຫລັງຄາຮົ່ວ ບໍ່ມີຝາ ບໍ່ມີປະຕູ ເມື່ອຮອດລະດູຝົນ ນ້ອງນ້ອຍນັກຮຽນບໍ່ສາມາດຮຽນໜັງສືໄດ້ ສະນັ້ນ, ໃນປີ 2019 ທລຍ ຈຶ່ງເຫັນຄວາມສໍາຄັນ ແລະ ຄວາມຈໍາເປັນຂອງຊາວບ້ານກໍຄືນ້ອງນ້ອຍນັກຮຽນທີ່ບໍ່ມີສະຖານທີ່ຮຽນທີ່ສະດວກ ຈຶ່ງໄດ້ໃຫ້ການສະໜັບສະໜູນໃນການກໍ່ສ້າງໂຮງຮຽນປະຖົມ 2 ຫ້ອງ ທີ່ມີມູນຄ່າທັງໜົດ 241 ລ້ານກວ່າກີບ ໃນນັ້ນ ຊຸມຊົນປະກອບສ່ວນທາງດ້ານແຮງງານ ແລະ ວັດຖຸທ້ອງຖິ່ນ ຄິດເປັນເງິນ 15 ລ້ານກວ່າກີບ.

ການກໍ່ສ້າງໂຮງຮຽນປະຖົມດັ່ງກ່າວນີ້ ໄດ້ເລີ່ມຕົ້ນກໍ່ສ້າງໃນວັນທີ11/04/2019 ແລະ ໄດ້ສຳເລັດລົງໃນວັນທີ 25/07/2019 ຜ່ານມາ ດ້ວຍຄວາມເອົາໃຈໃສ່ຂອງນັກວິຊາການ ທລຍ ແລະ ການມີສ່ວນຮ່ວມ ຂອງຊາວບ້ານທີ່ເລັ່ງໃສ່ການກໍ່ສ້າງໃຫ້ທວງທັນກັບການເປີດສົກຮຽນໃໝ່.

 ທ່ານ  ອຳວົນ  ນາຍບ້ານປະຈູກາປາໄດ້ກ່າວວ່າ: ພໍ່ແມ່ປະຊາຊົນບ້ານຂອງພວກເຮົາສຸດທີ່ດີໃຈທີ່ໄດ້ໂຮງຮຽນປະຖົມຫຼັງໃໝ່ ໃນສົກຮຽນປີ 2019-2020 ນີ້ ນ້ອງນ້ອຍນັກຮຽນສາມາດຮຽນໄດ້ທັງ 2 ລະດູຢ່າງສະດວກສະບາຍກວ່າແຕ່ກ່ອນ ບໍ່ໄດ້ເປັນຫ່ວງເລື່ອງແດດ ເລື່ອງຝົນອີກແລ້ວ ແລະ ກໍເປັນຄວາມພາກພູມໃຈຂອງນ້ອງນ້ອຍທີ່ໄດ້ມີສະຖານທີ່ຮຽນທີ່ສະດວກ ແລະ ສົມບູນແບບ.

 

The Students of Pachoukapa village received a new primary school

The Pachoukapa village is Katang ethnic; it is the one poorest village out of nine villages of Tapeun Kumban, Ta Oy district, Saravan province.  The village is located far from district municipality around 30 kilometers, the total population is comprises of 377 peoples, there is 192 female and 51 households are included.

Whenever we mentioned to the education of this village it is most important to the school aged students but there is only a decay school building with caused leak out of the roof, lack of doors and windows. In the raining season, students can’t study in the whole day. Referring to problems as mentioned above,   in the year 2019 PRF decided to support the construction of 2 classrooms a primary school with the total worth of over 241 million kip including local equipment and village’s labour calculated over 15 million kip. The school building construction launched on 11 April 2019 and completed on 25 July 2019. since the paid attention to sub-projection implementation of PRF technician and community participation encouraged the primary school construction completed in time of new term of school enroll.

   Mr. Amvon, head of Pachoukapa village said that villagers are proudly and appreciated to get new primary school building for the fiscal year 2019-2020. Especially students of the village capable to learn comfortably in both seasons and do not concern sunny and raining anymore.