ຝຶກອົບຮົມກ່ຽວກັບ ການນຳໃຊ້ລະບົບຖານຂໍ້ມູນຂອງ ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ ໄລຍະ 3 (ປີ 2017-2020)

Posting Date: 
29 Nov 2016

ຝຶກອົບຮົມກ່ຽວກັບ

ການນຳໃຊ້ລະບົບຖານຂໍ້ມູນຂອງ ໂຄງການກອງທຶນຫລຸດຜ່ອນຄວາມທຸກຍາກ

ໄລຍະ 3 (ປີ 2017-2020)

ໂດຍ: ປອ. ຫັດ​ທະ​ຈັນ ພິມ​ພັນທະ​ວົງ

ກອງທຶນຫລຸດຜ່ອນຄວາມທຸກຍາກ (ທລຍ) ແມ່ນອີກໜຶ່ງໃນຄວາມພະຍາຍາມຂອງລັດຖະບານ ຖືກສ້າງຕັ້ງຂື້ນເພື່ອປະກອບສ່ວນເຂົ້າໃນວຽກງານພັດທະນາເສດຖະກິດ-ສັງຄົມ ເປັນຕົ້ນແມ່ນການຫລຸດຜ່ອນຄວາມ ທຸກຍາກຂອງປະຊາຊົນບັນດາເຜົ່າ ໂດຍຜ່ານຂະບວນການວາງ​ແຜນ​ ​ແລະ ຈັດ​ຕັ້ງ​ປະຕິບັດແບບມີສ່ວນຮ່ວມຂອງຊຸມຊົນ. ຫລາຍວ່າ 13 ປີ ( 2003-2016) ຂອງການຈັດຕັ້ງປະຕິບັດວຽກງານຕົວຈິງ ຖືວ່າ ທລຍ ໄດ້ປະກອບສ່ວນຢ່າງໃຫຍ່ຫລວງໃຫ້ແກ່​ແຜນຍຸດທະສາດແຫ່ງການພັດທະນາ ແລະ ລຶບລ້າງຄວາມທຸກຍາກຂອງລັດຖະບານແຫ່ງ ສປປ ລາວ. ຍ້ອນໝາກຜົນດັ່ງກ່າວ ລັດຖະບານ ແລະ ຜູ້ໃຫ້ທຶນ ໄດ້ຕັດສິນໃຈໃຫ້ສືບຕໍ່ກິດຈະກໍາຂອງ ທລຍ ໄລຍະທີ 3 ແຕ່ປີ 2017 ຫາ ປີ 2020 ເປົ້າໝາຍຫລັກແມ່ນສືບຕໍ່ຈາກວຽກງານໄລຍະຜ່ານມາຂອງໂຄງການ ເປັນຕົ້ນວຽກງານພັດທະນາຊົນນະບົດ ແລະ ລືບລ້າງຄວາມທຸກຍາກ ໂດຍຜ່ານຂະບວນການວາງ​ແຜນ ​ແລະ ຈັດ​ຕັ້ງ​ປະຕິບັດ​ແບບມີສ່ວນຮ່ວມຂອງຊຸມຊົນ ເປັນຕົ້ນແມ່ຍິງ, ຜູ້​ດ້ອຍ​ໂອກາດ ແລະ ຊົນ​ເຜົ່າຢູ່ເຂດຫ່າງໄກສອກຫລີກ.

ອົງປະກອບສຳຄັນທີ່ສະແດງຜົນໄດ້ຮັບຂອງວຽກງານ ທລຍ ແມ່ນມີການພັດທະນາລະບົບຕິດຕາມ-ປະເມີນຜົນ ເປັນຕົ້ນແມ່ນມີລະບົບຖານຂໍ້ມູນ ທີ່ບັນດາຜູ້ໃຫ້ທຶນສາມາດຍອມຮັບ ເປັນຕົ້ນລະບົບຖານຂໍ້ມູນ ທລຍ 2 ທີ່ສາມາດນໍາໃຊ້ທັງລະບົບທີ່ບໍ່ເຊື່ອມຕໍ່ (OFF LINE) ແລະ ເຊື່ອມຕໍ່ເຂົ້າອິນເຕີເນັດ (ON LINE) ທີ່ສາມາດສະໜອງຂໍ້ມູນ ສຳຄັນຕໍ່ຕົວຊີ້ວັດຜົນໄດ້ຮັບຂອງໂຄງການ ແລະ ຂໍ້ມູນສຳຄັນອື່ນໆ ທີ່ໃຊ້ໃນການບໍລິຫານ ແລະ ຂໍ້ມູນອື່ນໆຕາມການສະເໜີຂອງບັນດາຜູ້ໃຫ້ທຶນ.

ເພື່ອຍົກສູງຄຸນນະພາບ ແລະ ຄວາມຫລາກຫລາຍຂອງຂໍ້ມູນ ທີ່ທັນສະໃໝຕາມການປ່ຽນແປງຂອງການພັດທະນາດັ່ງກ່າວ​ນັ້ນ ມັນຮຽກຮ້ອງໃຫ້ມີການພັດທະນາລະບົບຖານຂໍ້ມູນ ທີ່ສາມາດຕິດຕາມທຸກກິດຈະກໍາ ລວມທັງການນໍາໃຊ້ງົບປະມານຕ່າງໆ. ສະນັ້ນ, ລະບົບຖານຂໍ້ມູນຂອງ ທລຍ 3 ໄດ້ຖືກສ້າງຂື້ນ ແລະ ກຽມພ້ອມສຳລັບການຈັດຕັ້ງປະຕິບັດຂອງ ທລຍ 3. ສະ​ນັ້ນ ການຝືກອົບຮົມໃນຄັ້ງນີ້ແມ່ນມີຈຸດປະສົງເພື່ອເຮັດໃຫ້ພະນັກງານ ທລຍ ທັງໝົດ ໂດຍສະເພາະຜູ້ຮັບຜິດຊອບວຽກງານຕິດຕາມ-ປະເມີນຜົນ ມີຄວາມເຂົ້າໃຈກ່ຽວກັບການຕິດຕັ້ງ ແລະ ການນໍາໃຊ້ລະບົບດັ່ງກ່າວ ທີ່ເປັນເອກະພາບກັນ ຫລັງຈາກນັ້ນ ເຂົາເຈົ້າຈະສາມາດ ນຳ​ເອົາຄວາມຮູ້​ຈາກ​ການ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ໄປຜັນ​ຂະຫຍາຍ​ຕໍ່ ໃຫ້ພະນັກງານແຂວງ ແລະ ເມືອງທີ່ເຂົາເຈົ້າສັງກັດຢູ່.

 

ວິທະຍາກອນ ສຳລັບການຝຶກອົບຮົມໃນຄັ້ງນີ້ແມ່ນນຳໂດຍຜູ້ພັດທະນາລະບົບຖານຂໍ້ມູນ ທລຍ 3 ທີ່ມາຈາກບໍລິສັດ ຊູໂມ ຄື  ທ່ານ ສາຄອນ ແກ້ວວົງຊາຍ ແລະ ທ່ານ ເລີດໄຊພອນ ສຸທໍາມະວົງ ໂດຍມີຜູ້ເຂົ້າຮ່ວມທັງໝົດຈຳນວນ 28 ຄົນ ເປັນຍິງ 5 ຄົນ  ທີ່ມາຈາກ ທລຍ ສູນກາງ, ແຂວງ ແລະ ເມືອງ.

Attachment: